ນັກຮຽນຮູ້ອາເມລິກາຕີລາຄາສູງບົດຂຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງນາຍົກລັດຖະມົນຕີຫວຽດນາມ

ນັກຮຽນຮູ້ອາເມລິກາຕີລາຄາສູງບົດຂຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງນາຍົກລັດຖະມົນຕີຫວຽດນາມ - ảnh 1
ດ​ຣ Anders Corr
(ພາບ: Lê Dương/Vietnam+)

(vovworld) – ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ບັນ​ດາ​ການ​ນຳ​ໂລກ​ຕ້ອງມ​ີ​ການ​ກະ​ທຳ​ໃນ​ທັນ​ທີ​ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ປະ​ທານ​ທະ​ນາ​ຄານ​ໂລກ (WB) Jim Yong Kim ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ Benigno Aquino 3 ເປັນ​ຜູ້​ຂຽນຮ່ວມ ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງຕັ້ງ​ໜ້າ​ຂອງ ດ​ຣ Anders Corr, ຜູ້​ກໍ່​ຕັ້ງ Corr Analytics, ເຊິ່ງ​ແມ່ນ​ບໍ​ລິ​ສັດສະໜອງການວິເຄາະ​ຄວາມ​ສ່ຽງ​ດ້ານ​ການ​ເມືອງ​ຍຸດ​ທະ​ສາດ​ສາ​ກົນ ທີ່​ມີ​ສຳ​ນັກ​ງານ​ຢູ່​ນະ​ຄອນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ.

        ຕາມ ດ​ຣ Anders ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ຜູ້​ຂຽນ​ຮ່ວມ 2 ຄົນ​ມີ​ບົດ​ຂຽນ​ທີ່ໜ້າປະເທັບໃຈ ແລະ ສຳ​ຄັນ, ມີ​ລັກ​ສະ​ນະ​ນຳ​ພາ​ຫາງ​ສ​ຽງ​ໂລກ ໃນ​ບັ້​ນເຄື່ອນໄຫວຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ບົດ​ຂຽນ​ອາດ​ສາ​ມາດ​ຊ່ວຍ​ບັນ​ດາ​ປະ​ເທດ​ອື່ນໆ​ຍັບ​ມໍ່​ກັບ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຈຳ​ເປັນ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາ​ກາດ​ພວມ​ເປັນ​ບັນ​ຫາ​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ. ຕາມ​ທ່ານ ດ​ຣ Anders, ບັນ​ດາ​ຜູ້​ຂຽນໄດ້​ເຕື້ອງ​ເຖິງ​ທຸກໆ​ມາດ​ຕະ​ການ​ໃຫຍ່, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ​ສິນ​ເຊື່ອ carbon.

 


ຂ່າວ/ບົດ​ອື່ນ