ນິງທ້ວນ ສົ່ງເສີມ, ໂຄສະນາວັດທະນະທຳ, ທ່ອງທ່ຽວຢູ່ນະຄອນຫຼວງຮ່າໂນ້ຍ

(VOVWORLD) -ຕອນບ່າຍວັນທີ 30 ກັນຍາ, ກອງທຶນໜູນຊ່ວຍການພັດທະນາການທ່ອງທ່ຽວໄດ້ຮ່ວມມືກັບພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງ ນິງທ້ວນ ຈັດຕັ້ງ “ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວນີງຖ້ວນ” ແລະ ເຫດການ “ວັນວັດທະນະທຳ, ທ່ອງທ່ຽວນີງທ້ວນ” ຢູ່ຮ່າໂນ້ຍ ປີ 2022
ນິງທ້ວນ ສົ່ງເສີມ, ໂຄສະນາວັດທະນະທຳ, ທ່ອງທ່ຽວຢູ່ນະຄອນຫຼວງຮ່າໂນ້ຍ - ảnh 1ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳຂອງນີງທ້ອນ

    ກອງປະຊຸມໄດ້ດຳເນີນຢູ່ນະຄອນ ຮ່າໂນ້ຍ ເພື່ອແນະນຳ ແລະ ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວຂອງ ນິງທ້ວນ ໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດທ່ອງທ່ຽວຢູ່ນະຄອນ ຮ່າໂນ້ຍ, ຫັນບັນດາການເຄື່ອນໄຫວສົ່ງເສິມໂຄສະນາການທ່ອງທ່ຽວ ນິງທ້ວນ, ດຶງດູດແຂກທ່ອງທ່ຽວ, ປະກອບສ່ວນເຂົ້າໃນການເຕີບໂຕຂອງຂະແໜງທ່ອງທ່ຽວຂອງແຂວງ. “ວັນວັດທະນະທຳ ແລະ ທ່ອງທ່ຽວ ນິງທ້ວນ” ຢູ່ ຮ່າໂນ້ຍ ປີ 2022 ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວທີ່ຟົດຟື້ນ, ໃນນັ້ນລວມມີການສະແດງ ສິລະປະຟ້ອນລຳທຳເພງ,ແນະນຳເຄື່ອງດົນຕີ, ພົບປະແລກປ່ຽນ, ແນະນຳວາດຟ້ອນ, ວາງສະແດງຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳ ພ້ອມກັບ 51 ຮ້ານວາງສະແດງ ແລະ ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ຜະລິດຕະພັນ Ocop, ຜະລິດຕະພັນທ່ອງທ່ຽວ, ບັນດາເບື່ອງອາຫານ ຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ