ນັບ​ແຕ່​ວັນ​ທີ 22 ພຶດສະພາ ​2020 ​ເປັນ​ຕົ້ນ​ໄປ ກົນ​ໄກໜູນຊ່ວຍ​ພັດທະນາ​ບັນດາ​ໂຄງການ​​ໄຟຟ​້າ​ແສງຕາ​ເວັນ ຈະ​ມີ​ຜົນບັງຄັບ​ໃຊ້

(VOVWORLD) -ລາຄາຂາຍໄຟຟ້າແສງຕາເວັນຢູ່ເທິງຫຼັງຄາເຮືອນຂອງບັນດານັກລົງທຶນໃຫ້ຂະແໜງໄຟຟ້າໄດ້ກໍານົດແມ່ນ 8,38 Uscent/kWh.
ນັບ​ແຕ່​ວັນ​ທີ 22 ພຶດສະພາ ​2020 ​ເປັນ​ຕົ້ນ​ໄປ ກົນ​ໄກໜູນຊ່ວຍ​ພັດທະນາ​ບັນດາ​ໂຄງການ​​ໄຟຟ​້າ​ແສງຕາ​ເວັນ ຈະ​ມີ​ຜົນບັງຄັບ​ໃຊ້ - ảnh 1  (ພາບປະກອບ: baochinhphu.vn)

        ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບກົນໄກໜູນຊ່ວຍການພັດທະນາບັນດາໂຄງການໄຟຟ້າແສງຕາເວັນຢູ່ຫວຽດນາມ, ລາຄາຂາຍໄຟຟ້າແສງຕາເວັນຢູ່ເທິງຫຼັງຄາເຮືອນຂອງບັນດານັກລົງທຶນໃຫ້ຂະແໜງໄຟຟ້າໄດ້ກໍານົດແມ່ນ 8,38 Uscent/kWh. ຮອດວັນທີ 22 ພຶດສະພາ 2020 ນີ້, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຈະມີຜົນບັງຄັບໃຊ້. ປັດຈຸບັນ, ບັນດານັກລົງທຶນປາດຖະໜາວ່າ ຈະມີຄໍາແນະນໍາເພື່ອໄດ້ສໍາຜັດກັບກົນໄກບຸລິມະສິດນີ້ຂອງລັດຖະບານ. ກ່ຽວກັບບັນຫານີ້, ທ່ານ ຮວ່າງຕ໊ຽນຢຸງ, ຫົວໜ້າກົມໄຟຟ້າ ແລະ ພະລັງງານຜະລິດຄືນໃໝ່, ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ:

        “ຂໍ້ຕົກລົງເລກທີ 13 ຂອງລັດຖະບານ ໄດ້ປະກາດໃຊ້ກ່ຽວກັບກົນໄກໜູນຊ່ວຍການພັດທະນາບັນດາໂຄງການໄຟຟ້າແສງຕາເວັນ ຢູ່ຫວຽດນາມ ໃນນັ້ນມີບັນດາໂຄງການໄຟຟ້າແສງຕາເວັນທີ່ຕິດຕັ້ງໃສ່ເທິງຫຼັງຄາເຮືອນ. ເຖິງຢ່າງໃດກໍຕາມ ບັນດາຈົດໝາຍແນະນໍາທາງລັດຖະການ ເພື່ອປະຕິບັດຂໍ້ຕົກລົງເລກທີ 13 ຂອງນາຍົກລັດຖະມົນຕີ ແມ່ນຍັງບໍ່ທັນໄດ້ປະກາດໃຊ້ເທື່ອ ແລະ ພວມໄດ້ຮັບການກໍ່ສ້າງໂດຍດ່ວນ. ພວກຂ້າພະເຈົ້າຫວັງວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະປະກາດໃຊ້ເອກະສານແນະນໍານີ້ໃຫ້ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ໂດຍໄວ.”


 

ຕອບກັບ

ຂ່າວ/ບົດ​ອື່ນ