ນະຄອນ ດານັ້ງ ໜູນຊ່ວຍ 5 ທ້ອງຖິ່ນຂອງລາວ ປະຕິບັດບັນດາໂຄງການພັດທະນາເສດຖະກິດ - ສັງຄົມດ້ວຍຈຳນວນເງິນ 115 ຕື້ດົ່ງ

(VOVWORLD) -   ເມື່ອແລກປ່ຽນກັບຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ດານັ້ງ, ທ່ານ ຫງວຽນວັນກ໋ວາງ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ນະຄອນ ດານັ້ງ ໄດ້ລົງນາມຂໍ້ຕົກລົງ ແລະ ບົດບັນທຶກ 35 ສະບັບ ກັບ 7 ທ້ອງຖິ່ນຂອງ ລາວ

ຕອນເຊົ້າວັນທີ 16 ກໍລະກົດ, ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນດານັ້ງ ໄດ້ໄປອວຍພອນຢູ່ສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ດານັ້ງ ເນື່ອງໃນໂອກາດ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ (5/9/1962 -5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022).

        ເມື່ອແລກປ່ຽນກັບຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ດານັ້ງ, ທ່ານ ຫງວຽນວັນກ໋ວາງ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ນະຄອນ ດານັ້ງ ໄດ້ລົງນາມຂໍ້ຕົກລົງ ແລະ ບົດບັນທຶກ 35 ສະບັບ ກັບ 7 ທ້ອງຖິ່ນຂອງ ລາວ. ໄລຍະ 2018 -2022, ທາງນະຄອນ ໄດ້ຊ່ວຍ 5 ທ້ອງຖິ່ນຢູ່ພາກກາງ - ພາກໃຕ້ລາວ ກໍ່ສ້າງໂຮງຮຽນ, ກິດຈະກຳສາທາລະນະ, ທຶນການສຶກສາໃຫ້ແກ່ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ດານັ້ງ, ໜູນຊ່ວຍປະຊາຊົນບັນດາທ້ອງຖິ່ນຂອງລາວ ໃນເຕັກນິກການປູກຝັງ, ລ້ຽງສັດດ້ວຍມູນຄ່າທັງໝົດ 115 ຕື້ດົ່ງ...

        ສ່ວນທ່ານ ສຸພັນ ຫາດດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ ສປປ ລາວ ປະຈຳ ນະຄອນດານັ້ງ ສະແດງຄວາມຂອບອົບຂອບໃຈຕໍ່ນະຄອນ ດານັ້ງ ທີ່ມີບັນດາໂຄງການ, ແຜນການແທດຈິງເພື່ອໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວ ໃນໄລຍະຜ່ານມາ ແລະ ປາດຖະໜາວ່າ ສາຍພົວພັນລະຫວ່າງບັນດາທ້ອງຖິ່ນຂອງລາວ ກັບນະຄອນ ດ່ານັ້ງ ຈະນັບມື້ນັບພັດທະນາຍິ່ງໆຂຶ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ