ນະຄອນ ໂຮ່ຈີມິນ: ຄົນເຈັບເປັນເດັກແດງກໍລະນີທຳອິດທີ່ໄດ້ຮັບການປິ່ນປົວຫົວໃຈຕັ້ງແຕ່ໃນຄົນ

(VOVWORLD) - ບັນດານັກຊ່ຽວຊານປິ່ນປົວຫົວໃຈຂອງໂຮງໝໍເດັກເລກ 1, ຕີລາຄາວ່າ, ເລື່ອງປິ່ນປົວຫົວໃຈເດັກໃນຄັນໄດ້ນຳມາເຊິ່ງປະສິດທິຜົນດີໃນເບື້ອງຕົ້ນພາຍຫຼັງການເກີດ.
ນະຄອນ ໂຮ່ຈີມິນ: ຄົນເຈັບເປັນເດັກແດງກໍລະນີທຳອິດທີ່ໄດ້ຮັບການປິ່ນປົວຫົວໃຈຕັ້ງແຕ່ໃນຄົນ - ảnh 1ເດັກຜູ້ນີ້ສາມາດກິນນົມແມ່ໂດຍກົງ ແລະ ໄດ້ຍ້າຍໄປຢູ່ກັບແມ່ຈົນຮອດເວລາອອກຈາກໂຮງໝໍ
(ພາບ: ໂຮງໝໍສະໜອງ)

        ວັນທີ 19 ກຸມພາ, ໂຮງໝໍເດັກເລກ 1 ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ບັນດາທ່ານໝໍຂອງໂຮງໝໍເດັກເລກ 1 ແລະ ໂຮງໝໍ ຕືຢູ ໄດ້ທຳການໃສ່ສາຍສວນຫົວໃຈໃຫ້ເດັກໃນຄົນບໍ່ມີຮູເສັ້ນເລືອດແດງໄປຫາປອດຕັ້ງແຕ່ກຳເນີດ ໄດ້ອອກຈາກໂຮງໝໍກັບເມືອບ້ານໃນສະພາບເປັນປົກກະຕິ. ນີ້ແມ່ນກໍ່ລະນີປິ່ນປົວຫົວໃຈໃຫ້ເດັກໃນຄັນກໍລະນີທຳອິດຂອງ ຫວຽດນາມ. ບັນດານັກຊ່ຽວຊານປິ່ນປົວຫົວໃຈຂອງໂຮງໝໍເດັກເລກ 1, ຕີລາຄາວ່າ, ເລື່ອງປິ່ນປົວຫົວໃຈເດັກໃນຄັນໄດ້ນຳມາເຊິ່ງປະສິດທິຜົນດີໃນເບື້ອງຕົ້ນພາຍຫຼັງການເກີດ. ວັນທີ 10 ກຸມພາ, ເດັກຜູ້ນີ້ສາມາດກິນນົມແມ່ໂດຍກົງ ແລະ ໄດ້ຍ້າຍໄປຢູ່ກັບແມ່ຈົນຮອດເວລາອອກຈາກໂຮງໝໍ.

        ກ່ອນໜ້ານັ້ນ, ວັນທີ 04 ມັງກອນ, ບັນດາທ່ານໝໍຢູ່ໂຮງໝໍ ຕືຢູ ແລະ ໂຮງໝໍເດັກເລກ 1 ໄດ້ສົມທົບກັນປະຕິບັດການປິ່ນປົວຫົວໃຈໃຫ້ໃນຄັນອາຍຸ 32 ອາທິດ, ຫົວໃຈຜິດປົກກະຕິຮ້າຍແຮງຕັ້ງແຕ່ກຳເນີດ. ນີ້ແມ່ນການປິ່ນປົວເດັກໃນຄັນກໍລະນີທຳອິດຢູ່ ຫວຽດນາມ ກໍ່ຄືຢູ່ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ