ນະ​ຄອ​ນ ໂຮ່​ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ຕົກ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -        ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19 ໃນໂລກ ແລະ ພາກພື້ນ, ບັນດາທ້ອງຖິ່ນຕ້ອງຍົກສູງສະຕິລະວັງຕົວ, ບໍ່ປະໝາດຢ່າງເດັດຂາດ ໂດຍສະເພາະແມ່ນໃນໂອກາດພັກວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ (30/4), ວັນກຳມະກອນສາກົນ (01/05) ແລະ ຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.

ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ເມື່ອການກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ເມສາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງໝາກຜົນຂອງນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ພ້ອມທັງຮຽກຮ້ອງໃຫ້ນະຄອນ ຈົ່ງຍົກສູງສະຕິລະວັງຕົວ, ຍົກສູງກຳລັງຄວາມສາມາດໃນການແຍກຕົວ, ກຽມພ້ອມຊ່ວຍເຫຼືອທ້ອງຖິ່ນຕ່າງໆ, ໃນນັ້ນ ມີບັນດາແຂວງເຂດຊາຍແດນ ທາງທິດຕາເວັນຕົກພາກໃຕ້; ຍູ້ແຮງການເຄື່ອນໄຫວກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ປັບໄໝບັນດາກໍລະນີບໍ່ໃຊ້ຜ້າອັດປາກອັດດັງ, ອົງການ ຫຼື ສ່ວນບຸກຄົນເຂົ້າເມືອງຜິດກົດໝາຍຢ່າງເຂັ້ມງວດ.


ຕອບກັບ

ຂ່າວ/ບົດ​ອື່ນ