ນະຄອນ ​ໂຮ່ຈິ​ມິນ​ ສະ​ເຫຼີ​ມ ສະຫຼອງ 65 ປີ​ແຫ່ງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ສູ້

ນະຄອນ ​ໂຮ່ຈິ​ມິນ​ ສະ​ເຫຼີ​ມ ສະຫຼອງ 65 ປີ​ແຫ່ງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ສູ້ - ảnh 1
( ພາບ : http://baodientu.chinhphu.vn)
ຕອນ​ເຊົ້າ​ວັນ​ທີ 21 ທັນວາ, ຢູ່​ນະຄອນ ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່ສູ້ຢ່າງ​ສົມ​ກຽດ ( 22 ທັນວາ ) ​ແລະ 67 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ ປຊຊ ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ທ່ານ​ອາ​ດິດນາຍົກລັດຖະມົນຕີ ຟານ​ວັນ​ຂາຍ, ທ່ານ​ນາງອາ​ດິດຮອງປະທານ​ປະ​ເທດ ​ເຈືອງ​ມິ໋ຮວາ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກນະຄອນ ​ເລ​ແທງ​ຫາຍ ​ແລະ ປຊຊ ນະຄອນທຸກຊັ້ນ​ຄົນ​ເຂົ້າ​ຮ່ວມ. ນະ​ທີ່​ນີ້, ທ່ານ ​ເຢືອງກວານ​ຮ່າ, ປະ​ທານ​ຄະນະກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ນະຄອນ ໂຮ່ຈິ​ມິນ ​ໄດ້​ອ່ານ​ສູນ​ທອນ​ພົດ​ທົບ​ທວນຄືນມູນ​ເຊື້ອ​ພິລະ​ອາດ​ຫານຂອງ​ຊາດ​ໃນ​ການ​ ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂື້ນ​ຝລັ່ງ ​ແລະ ຈັດ​ກະ​ພັດ ອາ​ເມ​ລິ​ກາ, ​ນັບ​ແຕ່​ຊຸມ​ມື​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັງ​ກອງທັບ ປຊຊ ຫວຽດນາມ ​ຕະຫຼອດ​ຮອດວັນ​ປົດ​ປ່ອຍ​ພາກ​ໃຕ້​ທ້ອນ​ໂຮມປະ​ເທດ​ຊາດ​ເປັນ​ອກະພາບ.

        ​ໃນ​ໂອກາດ​ນີ້​ຍັງ​ດຳ​ເນີນ​ພິທີ​ມອບ​ນາມມະ​ຍົກ​​ແມ່ຫວຽດນາມ​ວິລະ​ຊົນ, ນາມ​ມະ​ຍົດວິລະ​ຊົນກຳລັງ​ປະກອບ​ອາວຸດ ​ແລະ ນາມມະຍົດ​ວິລະ​ຊົນ​ແຮງ​ງານອິກດ້ວຍ .

ຂ່າວ/ບົດ​ອື່ນ