ນະຄອນ ໂຮ່ຈີມິນ ເຊື່ອມຕໍ່ບັນດາຮູບການສົ່ງເສີມການອຸປະໂພກບໍລິໂພກ

(VOVWORLD) -ຕອນຄ່ຳວັນທີ 28 ທັນວາ, ງານຕະຫລາດນັດສົ່ງເສີມການອຸປະໂພກບໍລິໂພກປີ 2017 ດ້ວຍຫົວຂໍ້ວ່າ “ເຫດການເຊື່ອມຕໍ່ບັນດາຮູບການສົ່ງເສີມການຄ້າ” ໂດຍພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ຈັດຕັ້ງ, ຖືກໄຂຂຶ້ນຢູ່ໂຮງແຂ່ງຂັນກິລາກາຍຍະກຳ ຟູ໋ທໍ້ ເມືອງ 11.
ນະຄອນ ໂຮ່ຈີມິນ ເຊື່ອມຕໍ່ບັນດາຮູບການສົ່ງເສີມການອຸປະໂພກບໍລິໂພກ - ảnh 1 ງານຕະຫລາດນັດ (ພາບ: VTV)

ດ້ວຍຂອບຂະໜາດ 520 ຮ້ານວາງສະແດງ ຂອງ 300 ວິສາຫະກິດທີ່ມີເຄື່ອງໝາຍການຄ້າ, ມີອິດທິພົນຊື່ສຽງ ທີ່ຂຶ້ນກັບຂົງເຂດຕ່າງໆຄື: ເຄື່ອງໃຊ້ສອຍ, ສະບຽງອາຫານ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງຫັດຖະກຳ, ເຄື່ອງສຳອາງ…ງານຕະຫລາດນັດສົ່ງເສີມການບໍລິໂພກອຸປະໂພກ 2017 ມີຫລາຍເຫດການຮັບໃຊ້ຄວາມຕ້ອງການຊື້ຂາຍ, ບໍລິໂພກ ແລະ ການເຄື່ອນໄຫວສົ່ງເສີມການຄ້າທີ່ດູດດື່ມ ປະກອບສ່ວນສົ່ງເສີມການຊື້ໃນໂອກາດທ້າຍປີ. ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ຢ່າງມີປະສິດທິຜົນ.

ງານຕະຫລາດນັດສົ່ງເສີມການອຸປະໂພກບໍລິໂພກປີ 2017 ຈະດຳເນີນຮອດວັນທີ 2 ມັງກອນ 2018 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ