ນະຄອນ ໂຮ່ຈີ໋ມີນ ແລະ ກຸ່ມບໍລິສັດ Dell Technologies ເຊື່ອມຕໍ່ເພີ່ມທະວີການຮ່ວມມື

(VOVWORLD) - ໃນຕອນບ່າຍວັນທີ 21 ທັນວາ, ທ່ານ ເຈີ່ນຫວີງຕ໋ຽນ, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີ໋ມີນ ໄດ້ຕ້ອນຮັບທ່ານ Amit Midha, ປະທານກຸ່ມບໍລິສັດ Dell Technologies ເຂດອາຊີ - ປາຊີຟີກ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີ໋ມີນ.
ນະຄອນ ໂຮ່ຈີ໋ມີນ ແລະ ກຸ່ມບໍລິສັດ Dell Technologies ເຊື່ອມຕໍ່ເພີ່ມທະວີການຮ່ວມມື - ảnh 1 ທ່ານ ເຈີ່ນຫວີງຕ໋ຽນ ໄດ້ຕ້ອນຮັບທ່ານ Amit Midha (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ Amit Midha ຖືວ່າ ນະຄອນ ໂຮ່ຈີ໋ມີນ ແລະ Dell Technologies ມີກາລະໂອກາດ ແລະ ເງື່ອນໄຂຫຼາຍແຫ່ງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດ ເຕັກນິກ - ເຕັກໂນໂລຢີ  ສູງ ແລະ ກໍ່ສ້າງຕົວເມືອງສະຫຼາດ.

        ສ່ວນທ່ານ ເຈີ່ນຫວີງຕ໋ຽນ ຢືນຢັນວ່າ ມີກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງ ກຸ່ມບໍລິສັດ Dell Technologies ແລະ ນະຄອນ, ພິເສດແມ່ນຮ່ວມມືໃຫ້ຕໍ່ປຶກສາອອກແບບ, ການປະມູນ, ຕອບສະໜອງຊ້ອບແວ, ມາດຕະການເຕັກໂນໂລຢີໃນວິວັດການນະຄອນຜັນຂະຫຍາຍແຜນຮ່າງກໍ່ສ້າງຕົວເມືອງສະຫຼາດ. ທ່ານ ເຈີ່ນຫວີງຕ໋ຽນ ຢືນຢັນວ່າ: ນະຄອນຈະສ້າງເງື່ອນໄຂເພື່ອໃຫ້ກຸ່ມບໍລິສັດ Dell Technologies ຊອກຮູ້, ຄົ້ນຄ້ວາແຜນຮ່າງກໍ່ສ້າງຕົວເມືອງສະຫຼາດຂອງນະຄອນ ໂຮ່ຈີ໋ມີນ; ປາດຖະໜາວ່າ ກຸ່ມບໍລິສັດ ຈະເຂົ້າຮ່ວມວິວັດການກໍ່ສ້າງ ແລະ ພັດທະນາຂອງນະຄອນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ