ນະຄອນVeniceໃຫ້ບຸລິມະສິດການຮ່ວມມືທ່ອງທ່ຽວແລະວັດທະນະທຳກັບຫວຽດນາມ

ນະຄອນVeniceໃຫ້ບຸລິມະສິດການຮ່ວມມືທ່ອງທ່ຽວແລະວັດທະນະທຳກັບຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ໃນ​ການ​ເຮັດ​ວຽກ​ຫວ່າງ​ແລ້ວ​ນີ້ ກັບທ່ານ ກາວ​ຈີ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຢູ່​ນະຄອນ Venice, ທ່ານ​ນາງ Paola Mar ກຳມະການ​ສະພາ​ຮັບ​ຜິດ​ຊອບ​ການທ່ອງທ່ຽວ​ນະຄອນ Venice ຢືນຢັນ​ວ່າ: Venice ບຸລິມະສິດ​ການ​ຮ່ວມ​ມື​ທ່ອງ​ທ່ຽວ ​ແລະ ວັດທະນະທຳ​ກັບ ຫວຽດນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Paola Mar ສະ​ແດງ​ຄວາມ​ປະ​ທັບ​ໃຈ​ສຳລັບ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ. ທ່ານ​ນາງ Paola Mar ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງ​ນະຄອນ Venice ສະໜັບສະໜູນ​ການເພີ່ມ​ທະວີ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ຢືນຢັນ​ວ່າ: ອຳນາດ​ການ​ປົກຄອງ​ນະຄອນ Venice ຈະ​ແມ່ນ​ຂົວ​ຕໍ່​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ຝ່າຍ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ ກາວ​ຈີ໋ງທ້ຽນ ​ໃຫ້​ຮູ້​ວ່າ: ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ ​ເພື່ອ​ຫັນ​ບັນດາ​ແນວຄວາມ​ຄິດ​ຮ່ວມ​ມື​ລະຫວ່າງ Venice ກັບ ຫວຽດນາມ ​​ໃຫ້​ປະກົດ​ຜົນ​ຕົວ​ຈິງ. ທ່ານ​ເອກ​ອັກຄະ​ລັດຖະທູດ ສະ​ເໜີ​ຕໍ່​ອຳ​ນາດການ​ປົກຄອງ​ນະຄອນ Venice ພິຈາລະນາ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ວັດທະນະທຳ ​ແລະ ການທ່ອງທ່ຽວຄື​ເຊີນ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ງານ​ບຸນ​ວັດທະນະທຳ, ການທ່ອງທ່ຽວ​ຂອງ Venice ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກັນ ​ແລະ ​ເປັນ​ພື້ນຖານ​ໃຫ້​​ແກ່ບັນດາ​ບັນຫາ​ຮ່ວມ​ມື​ອັນ​ຍາວ​ນານ.

ຂ່າວ/ບົດ​ອື່ນ