ນະຄອນຮ້າລອງສ້າງສຳເນົາເອກະສານຄຸ້ມຄອງ,ຕິດຕາມອາການສຸຂະພາບຂອງປະຊາຊົນ

(VOVWORLD) -ບັນດາກຳລັງທີ່ມີໜ້າທີ່ນະຄອນຮ້າລອງ ໄດ້ພ້ອມກັນຜັນຂະຫຍາຍການແຈ້ງອາການສຸຂະພາບ
ນະຄອນຮ້າລອງສ້າງສຳເນົາເອກະສານຄຸ້ມຄອງ,ຕິດຕາມອາການສຸຂະພາບຂອງປະຊາຊົນ - ảnh 1(ພາບປະກອບ)

ນັບແຕ່ວັນທີ 09 ມີນາ, ບັນດາກຳລັງທີ່ມີໜ້າທີ່ນະຄອນຮ້າລອງ ໄດ້ພ້ອມກັນຜັນຂະຫຍາຍການແຈ້ງອາການສຸຂະພາບ, ກວດອາການສຸຂະພາບໃນເບື້ອງຕົ້ນໃຫ້ແກ່ປະຊາຊົນໃນບໍລິເວນເພື່ອສ້າງສຳເນົາຄຸ້ມຄອງ, ຕິດຕາມອາກາດສຸຂະພາບປະຊາຊົນໂດຍມີລະບົບ. ທ່ານ ຫວູວັນຢ້ຽນ, ເລຂາຄະນະພັກນະຄອນຮ້າລອງ, ໃຫ້ຮູ້ວ່າ.

          “ນະຄອນຮ້າລອງ ພວມດຳເນີນການກວດກາ, ສ້າງສຳເນົາເອກະສານກວດອາການສຸຂະພາບໃຫ້ປະຊາຊົນໝົດທຸກຄົນ ຕາມທິດແບ່ງເປັນ 3 ເຂດ ໂດຍໂຮງໝໍແຂວງກວາງນິງ, ໂຮງໝໍ ບ້າຍໄຈ໊ ແລະ ແຮ່ວງໂບ່ ສົມທົບກັບສຸກສາລາຂັ້ນບ້ານ, ຕາແສງ, ໂຮງຮຽນ. ບົນພື້ນຖານນັ້ນ ຈະໃຫ້ບຸລິມະສິດມາດຕະການເພີ່ມທະວີການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ…”

          ບັນດາກໍລະນີກ່ຽວຂ້ອງເຖິງຈຳນວນນັກທ່ອງທ່ຽວນັ່ງໃນຖ້ຽວບິນທີ່ມີຜູ້ຖືກຕິດພະຍາດ Covid-19 ຄົນທີ 17, ໄດ້ຮັບການຢັ້ງຢືນແລ້ວ ແລະ ໄດ້ສົ່ງບັນດານັກທ່ອງທ່ຽວດັ່ງກ່າວໄປແຍກຕົວ, ຄຸ້ມຄອງ ແລະ ວິໄຈ.

ຕອບກັບ

ຂ່າວ/ບົດ​ອື່ນ