ນະຄອນໂຮ່ຈິມິນ ຈະແມ່ນຈຸດສຸມແຫ່ງການລົງທຶນຂອງວິສາຫະກິດ ຍີ່ປຸ່ນ
ນະຄອນໂຮ່ຈິມິນ ຈະແມ່ນຈຸດສຸມແຫ່ງການລົງທຶນຂອງວິສາຫະກິດຍີ່ປຸ່ນ
(ພາບປະກອບ)
(vovworld) - ນະຄອນໂຮ່ຈິມິນ ຈະແມ່ນຈຸດສຸມແຫ່ງການລົງທຶນຂອງວິສາຫະກິດຍີ່ປຸ່ນ, ນີ້ແມ່ນຄຳຢືນຢັນຂອງທ່ານປະທານຄະນະກຳມະການຮ່ວມມືເສດຖະກິດ ແມ່ຂອງ - ຍີ່ປຸ່ນ ໃນການພົບປະ ແລະ ເຮັດວຽກກັບທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ແລະ ຜູ້ຕາງໜ້າບັນດາຄະນະ, ຂະແໜງການຂອງນະຄອນໃນຕອນບ່າຍວັນທີ 31 ຕຸລາ.
ທ່ານ Kohei Watanabe ໄດ້ນຳໜ້າຄະນະຜູ້ແທນວິສາຫະກິດຍີ່ປຸ່ນ ມາຢ້ຽມຢາມນະຄອນໂຮ່ຈິມິນ ແລະ ໃຫ້ຮູ້ວ່າ, ໃນອະນາຄົດນະຄອນໂຮ່ຈິມິນ ຈະແມ່ນຈຸດສູມແຫ່ງ ການລົງທຶນຂອງບັນດາວິສາຫະກິດຍີ່ປຸ່ນ. ເມື່ອກັບເມືອປະເທດຄະນະຜູ້ແທນວິສາຫະກິດຍີ່ປຸ່ນ ຈະຮຽກຮ້ອງບັນດາວິສາຫະກິດອື່ນລົງທຶນເຂົ້າເຂດອຸດສາຫະກຳຫວຽດນາມ - ຍີ່ປຸ່ນ. ແຕ່ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດຶງດູດການລົງທຶນຈາກຍີ່ປຸ່ນ, ທ່ານ Kohei Watanabe ຖືວ່າ ນະຄອນໂຮ່ຈິມິນ ຕ້ອງສ້າງແຜນການພັດທະນາສັງລວມ, ໃນນັ້ນ ການພັດທະນາພື້ນຖານໂຄງລ່າງແມ່ນສຳຄັນທີ່ສຸດ ແນໃສ່ສ້າງເງື່ອນໄຂສະດວກ ແກ່ການຂົນສົ່ງສິນຄ້າ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ດ່ວານຊວນຮືງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບຄະນະປະຈຳຄະນະຊີ້ນຳເຂດຕາເວັນຕົກສຽງໃຕ້ ພ້ອມກັບບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ກ່ຽວກັບການດຶງດູດການລົງທຶນຈາກຍີ່ປຸ່ນ. ຕາມທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ແລ້ວ, ບັນດາວິສາຫະກິດຍີ່ປຸ່ນ ກໍ່ພວມມຸ່ງໄປສູ່ການລົງທຶນເຂົ້າຫວຽດນາມ. ບັນດາແຂວງ, ນະຄອນ ຕ້ອງພິຈາລະນາຍຸດທະສາດ ໂຕກຽວ 2012 ກ່ຽວກັບການຮ່ວມມືແມ່ຂອງ - ຍີ່ປຸ່ນ ຢ່າງລະອຽດ ແມໃສ່ຊອກຫາບັນດາສິ່ງສະດວກເພື່ອຂຸດຄົ້ນ ແລະ ຮ່ວມມືກັບຍີ່ປຸ່ນ.