ນະຄອນໂຮ່ຈິມິນ ລະນຶກ 51 ປີແຫ່ງວິນາດສະກຳ ທາດພິດສີສົ້ມ/ດີໂອ ຊິນຢູ່ຫວຽດນາມ

ນະຄອນໂຮ່ຈິມິນ ລະນຶກ 51 ປີແຫ່ງວິນາດສະກຳ ທາດພິດສີສົ້ມ/ດີໂອ ຊິນຢູ່ຫວຽດນາມ - ảnh 1

ຄວາມ​ເຈັບ​ປວດ​ກ່ຽວ​ກັບທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ

(ພາບ:qdnd.vn)​

( vovworld ) – ພິທີ​ລະນຶກ 51 ປີ​ແຫ່ງ​ວັນ​ເກີດ​ວິນາດສະກຳທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ (10/8/1961-10/8/2012) ​ໂດຍ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ນະຄອນ​ໂຮ່ຈິ​ມິນ​ຈັດ​ຂຶ້ນ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 5/8. ​ເນື່ອງ​ໃນ​ໂອກາດ​ນີ້,​ ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ 112 ຄົນ​ຊື່​ງ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ມີ​ຜົນ​ງານການ​ຮຽນ​ດີ. ທ່ານ​ພົນ​ຈັດຕະວາ Tran Ngoc Tho ປະທານສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ລະນຶກ 51 ປີ​ແຫ່ງ​ວັນ​ເກີດ​ວິນາດສະກຳທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຢູ່​ຫວຽດນາມ, ນີ້​ແມ່ນ​ຄວາມ​ເຈັບ​ປວດ​ໃຫ່ຍທີ່​ສຸດ​ຂອງ​ຊາດ​ຫວຽດນາມ. ພວກ​ຂ້າພະ​ເຈົ້າພວມ​ດຳ​ເນີນ​ການ​ຟ້ອງ​ຮ້ອງຄັ້ງ​ໃໝ່, ​ໂຄສະນາ​ກ່ຽວ​ກັບ​ຄວາມ​ຍຸດຕິ​ທຳ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ. ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ຊີວິດ​ປະຈຳ​ວັນ, ສະນັ້ນພວກ​ຂ້າພະ​ເຈົ້າຈະ​ປິ່ນປົວ, ສອນ​ວິຊາ​ຊີບ​​ ​ແລະ ລ້ຽງ​ດູຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ….​“

 

 

 

 

 

ຂ່າວ/ບົດ​ອື່ນ