ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 10 ປີແຫ່ງວັນບຸນການທ່ອງທ່ຽວ

ນະຄອນໂຮ່ຈິມິນ ສະເຫຼີມສະຫຼອງ 10 ປີແຫ່ງວັນບຸນການທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) - ພິທີສະ​ເຫ​ຼີມສະຫຼອງ 10 ປີ​ແຫ່ງ​ວັນ​ບຸນ​ການທ່ອງທ່ຽວ ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 27 – 30/03 ຢູ່ນະຄອນ​ໂຮ່ຈິ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ທ່ອງ​ທ່ຽວໂຮງ​ແຮມ 85 ​ແຫ່ງທີ່ມາຈາກ 39 ແຂວງ, ນະຄອນ. ມີ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນວັນ​ບຸນ​ທ່ອງທ່ຽວຄື: ງານ​ຕະຫຼດນັດ​ທ່ອງ​ທ່ຽວ, ງານປະກວດນັກຮ້ອງສຽງທອງໃນຂະແໜງທ່ອງທ່ຽວ, ງານ​ວາງສະ​ແດງ​ຮູບ​ຖ່າຍ​ທ່ອງ​ທ່ຽວ​ຫວຽດນາມ. ທ່ານ ຫຼ້າ​ກ໋ວກ​ແຄ໋ງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່​​ອງທ່ຽວ ນະຄອນ​ໂຮ່ຈິ​ມິນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ.

        “ພະລັງ​ຊີວິດ​ຂອງວັນ​ບຸນ​ທ່ອງທ່ຽວນະຄອນ​ໂຮ່ຈິ​ມິນ ​ໄດ້​ເປັນ​ຂີດ​ໝາຍ​ໃໝ່​ຂອງວັນ​ບຸນ​ການທ່ອງທ່ຽວ ພາຍຫຼັງ​ສ້າງ​ຕັ້ງມາ​ເປັນ​ເວລາ 10 ປີ. ນະຄອນ​ໂຮ່ຈິ​ມິນ ມີ​ຄວາມ​ເອກອ້າງ​ຖະນົງ​ໃຈ ​ແລະ ຢືນຢັນ​ວ່າ ພວກ​ເຮົາ​ມີ​ວິທີ​ຈັດ​ຕັ້ງ​ທີ່​ດີ, ມີຄວາມຜູກພັນ​ລະຫວ່າງ​ອົງການ​ຄຸ້ມ​ຄອງ​ຂະ​ແໜງ, ບັນດາ​ໝູ່​ຄະນະ ກັບ​ບັນດາ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ​ທັງນີ້ກໍ່ແມ່ນການກະຕຸກດຶງດູດນັກທ່ອງທ່ຽວ”.

ຂ່າວ/ບົດ​ອື່ນ