ນ​ະ​ຄອນ​ໂຮ່​ຈີ​ມິນ ເລີ່ມ​ທົດ​ລອງ tour ທ່ອງ​ທ່ຽວ ກັບ​ບັນ​ດາ​ທ້ອ​ງ​ຖິ່ນ

(VOVWORLD) -ຕາມນັ້ນແລ້ວ, ນັບແຕ່ວັນທີ 15 ຕຸລາ ຫາວັນທີ 17 ຕຸລາ, ນະຄອນໂຮ່ຈີມິນ ໄດ້ນຳຄະນະແຂກທ່ອງທ່ຽວມາພັກຜ່ອນບຳລຸງສຸຂະພາບຢູ່ ບາງ resort, ເຂດທ່ອງທ່ຽວ ຢູ່ແຂວງ ບາເຣຍ - ຫວຸງເຕົາ ຕາມຮູບແບບຄົບວົງຈອນ. ວັນທີ 18 ຕຸລາ, ເປີດ tour ທ່ອງທ່ຽວ ຄົບວົງຈອນ “ນະຄອນໂຮ່ຈີມິນ - ກູຈີ - ເຂດທ່ອງທ່ຽວ ພູບ່າແດນ” ພາຍໃນວັນ.
ນ​ະ​ຄອນ​ໂຮ່​ຈີ​ມິນ ເລີ່ມ​ທົດ​ລອງ tour ທ່ອງ​ທ່ຽວ ກັບ​ບັນ​ດາ​ທ້ອ​ງ​ຖິ່ນ - ảnh 1ພາບປະກອບ: VOV

ພາຍຫຼັງ ການທົດລອງ ປະຕິບັດບັນດາ tour ທ່ອງທ່ຽວຄົບວົງຈອນ ພາຍໃນເຂດ ຮອດເມືອງ ກູຈີ ແລະ ເມືອງ ເກິນເຢີ ໄດ້ປະສົບຜົນສຳເລັດ ແລະ ໄດ້ຖືກຈັດຂາຍໃຫ້ປະຊາຊົນທີ່ດຳລົງຊີວິດ ຢູ່ນະຄອນໂຮ່ຈີມິນ ຢ່າງເປັນທາງການ, ຂະແໜງການທ່ອງທ່ຽວນະຄອນ ໂຮ່ຈີມິນ ພວມສືບຕໍ່ສົມທົບກັບທ້ອງຖິ່ນຕ່າງໆ ເພື່ອເລີ່ມປະຕິບັດບັນດາ tour ທ່ອງທ່ຽວຄົບວົງຈອນລະຫວ່າງແຂວງ ຄືນໃໝ່.

ຕາມນັ້ນແລ້ວ, ນັບແຕ່ວັນທີ 15 ຕຸລາ ຫາວັນທີ 17 ຕຸລາ, ນະຄອນໂຮ່ຈີມິນ ໄດ້ນຳຄະນະແຂກທ່ອງທ່ຽວມາພັກຜ່ອນບຳລຸງສຸຂະພາບຢູ່ ບາງ resort, ເຂດທ່ອງທ່ຽວ ຢູ່ແຂວງ ບາເຣຍ - ຫວຸງເຕົາ ຕາມຮູບແບບຄົບວົງຈອນ. ວັນທີ 18 ຕຸລາ, ເປີດ tour ທ່ອງທ່ຽວ ຄົບວົງຈອນ “ນະຄອນໂຮ່ຈີມິນ - ກູຈີ - ເຂດທ່ອງທ່ຽວ ພູບ່າແດນ” ພາຍໃນວັນ.

ໃນອາທິດນີ້, ພະແນກການທ່ອງທ່ຽວ ນະຄອນໂຮ່ຈີມິນ ໄດ້ຈັດສົ່ງຄະນະປະຕິບັດງານ ໄປຍັງບັນດາແຂວງ: ແຄ໊ງຮ່ວາ, ຝຸອຽນ, ບິ່ງດິ້ງເພື່ອຊຸກຍູ້ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ