ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເພີ່ມທະວີ ການຮ່ວມມືຮອບດ້ານ

ນະຄອນໂຮ່ຈິມິນ ແລະ ຍີ່ປຸ່ນ ເພີ່ມທະວີ ການຮ່ວມມືຮອບດ້ານ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ
​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ ພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ
(ພາບ: TTXVN)


(vovworld) – ຕອ​ນຄໍ່າ​ວັນ​ທີ 27/08, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ ພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ ​ໂດຍ​ທ່ານ Matsumoto Yhei, ສະມາຊິກ​ສະພາຕໍ່າ, ຫົວໜ້າ​ຄະນະ​ຊາວ​ໜຸ່ມພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ. ທ່ານ​ເລ​ຮ່ວາງ​ກວນ ຢືນຢັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ນັບ​ມື້​ນັບ​​ໄດ້​ຮັບ​ການພັດທະນາ​ໃນ​ທຸກ​ຂົງ​ເຂດ ລວມທັງ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ສຶກສາ ​ແລະ ທ່ອງ​ທ່ຽວ. ທ່ານ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ ​ໄລ່​ຮອດ​ເດືອນ 07/2014, ຍີ່ປຸ່ນ ​ໄດ້​ລົງທຶນ​ເກືອ​ບ 700 ​ໂຄງການ​ຢູ່​ນະຄອນ ດ້ວຍ​ຍອດ​ຈຳນວນ​​ທຶນກວ່າ 3,2 ຕື້ USD, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ອັນ​ດັບ​ໜຶ່ງ​​ໃນ​ການ​ລົງທຶນ​ເຂົ້າ​ນະຄອນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫວໍ​ວັນ​ເທືອງ, ຮອງ​ເລຂາ​ຄະນະ​ພັກຜູ້​ປະຈຳການ​ຄະນະ​ພັກ​ນະຄ​ອນ​ໂຮ່ຈິ​ມິນ ກໍ່​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ ພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ