ນະຄອນໂຮ່ຈີມິນ:6.000ຄົນເຂົ້າຮ່ວມການຍ່າງເພື່ອການພັດທະນາຂອງແມ່ຍິງ

ນະຄອນໂຮ່ຈີມິນ:6.000ຄົນເຂົ້າຮ່ວມການຍ່າງເພື່ອການພັດທະນາຂອງແມ່ຍິງ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 6/3, ຂະ​ບວນການ​ “ຍ່າງ​ເພື່ອ​ການ​ພັດທະນາ​ຂອງ​ແມ່ຍິງ” ຢູ່​ເມືອງ 7, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ດຶງ​ດູດ​ກ່ວາ 6.000 ຄົນ​ເຂົ້າ​ຮ່ວມ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ຄະນະ​ຈັດ​ຕັ້ງ​ຢາກ​ສົ່ງ​ສານ​ທີ່​ວ່າ: “​​ແມ່ຍິງເຖິງ​ວ່າຈະ​ຂຶ້ນ​ກັບ​ຊົນ​ຊັ້ນ​ໃດ ທີ່​ຕັ້ງ​ສັງຄົມ​ໃດ​ກໍ່ກໍ​ລ້ວນ​​ແຕ່​ຕ້ອງ​ມີ​ເຈດ​ຈ​ຳນົງ​ນບືນຕົວ​ຂຶ້ນ, ຢັ້ງຢືນ​ທີ່​ຕັ້ງ​ຂອງ​ຕົນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດການ​ເປັນ​ຢູ່ ​ແລະ ສັງຄົມ”. ປ້າ ຟາ​ນທິ​ເກີ໋ມຮົ່ງ, ຢູ່​ຕາ​ແສງ ຫງວຽນທ໋າຍບີ່​ງ, ​ເມືອງ​ໜຶ່ງ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ: ລາຍການ​ນີ້​​ໄດ້​ກະຕຸກ​ຊຸກຍູ້​ແມ່ຍິງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ. ຜ່ານ​ລາຍການ​ນີ້, ບັນດາ​ແມ່ຍິງ​ທີ່​ເຂົ້າ​ຮ່ວມ​ລາຍການ​ຮູ້ສຶກ​ໄດ້​ວ່າບົດບາດ​ຂອງ​ຕົນ​ນັບ​ມື້​ນັບ​ສຳຄັນ​ກ່ວາ​ໃນ​ສັງຄົມ​ຍຸກ​ປະຈຸ​ບັນ.”

        ພິ​ເສດ, ​ໃນ​ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອະດີດ​ປະທານ​ປະ​ເທດ ຫງວຽນ​ທິບີ່​ງ, ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​ໂລກ​ປະ​ຈຳ ຫວຽດນາມ…


ຂ່າວ/ບົດ​ອື່ນ