ນະຄອນໂຮ່ຈີມິນຍາມໃດກໍ່ຖືເປັນສຳຄັນການຮັກສາແລະເພີ່ມພຸນຄຸນສ້າງການພົວພັນຫວຽດນາມ-ກູບາແມ່ນໜ້າທີ່ສຳຄັນ

ນະຄອນໂຮ່ຈີມິນຍາມໃດກໍ່ຖືເປັນສຳຄັນການຮັກສາແລະເພີ່ມພຸນຄຸນສ້າງການພົວພັນຫວຽດນາມ-ກູບາແມ່ນໜ້າທີ່ສຳຄັນ - ảnh 1
ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ດິງລາ​ທັງ ​
ຕ້ອນຮັບ​​ທ່ານ Salvador Valdes Mesa
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ ນະຄອນ​ ໂຮ່ຈີ​ມິນ​ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮັກສາ​ແລະ​ເພີ່ມ​ພູ​ນຄູນ​ສ້າງ​ການ​ພົວພັນ​ ຫວຽດນາມ -​ ກູ​ບາ​ ແມ່ນ​ໜ້າ​ທີ່​ສຳຄັນ - ນັ້ນ​ແມ່ນ​ຄຳຢືນຢັນ​ຂອງ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ດິງລາ​ທັງ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ກູ​ບາ ​ໂດຍ​ທ່ານ Salvador Valdes Mesa, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ ນຳ​ໜ້າ ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 23/6. ທ່ານ​ເລຂາ​ຄະນະ​ພັກນະຄອນ ດິງລາ​ທັງ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ຍາມ​​ໃດ​ກໍ່​ກຽມພ້ອມ​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ກັບ ກູ​ບາ ​ໃນ​ຫຼາຍ​ຂົງ​​ເຂດຄື: ການພັດທະນາ​ເຂດ​ຕົວ​ເມືອງ, ການ​ດຶງ​ດູດ​ການ​ລົງທຶນ… ນະຄອນ ​ໂຮ່ຈີ​ມິນ  ປາດ​ຖະໜາ​ຢາກ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ກູ​ບາ​ກ່ຽວ​ກັບ​ທຸກ​ດ້ານ​ຫຼາຍ​ກ່ວາ​ອີກ, ​ໃນ​ນັ້ນ​ສຸມ​ໃສ່ເຂົ້າ​ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຊີວະ​ພາບ, ສາທາລະນະ​ສຸກ, ການ​ສຶກສາ. ທ່ານ ດິງລາ​ທັງ ກໍ່​ຢັ້ງຢືນ​ວ່າ: ນະຄອນ ​ໂຮ່ຈີ​ມິນ ຍາ​ມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດຫຼາຍ​ກ່ວາ​ອີກ, ​ໃນ​ນັ້ນ​ມີ ກູ​ບາ​ ​ເຂົ້າ​ມາ​ລົງທຶນ.

        ສ່ວນ​ທ່ານ Salvador Valdes Mesa ​ໃຫ້​ຮູ້ວ່າ: ປະ​ເທດ ກູ​ບາ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ການ​​ເຮັດ​ວຽກ​ຂອງ​ຄະນະ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊອກ​ຮູ້ ​ແລະ ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການຄ​້າກັບ ຫວຽດນາມ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ຫຼາຍ​ກ່ວາ​ອີກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Salvador Valdes Mesa ​ເຊື່ອ​ໝັ້ນ​ວ່າ: ນະຄອນ ​ໂຮ່ຈີ​ມິນ ຈະ​ນ​ຳ​ເອົາ​ມາ​ກາລະ​ໂອກາ​ດຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຫຼາຍ​ກ່ວາ​ອີກມາ​ໃຫ້​​ບັນດາ​ວິ​ສາ​ຫະກິດ ກູ​ບາ ​ໃນ​ໄລຍະ​ຈະມ​າ​ເຖິງ.

ຂ່າວ/ບົດ​ອື່ນ