ນະຄອນໂຮ່ຈິມິນປະຕິບັດ ວຽກງານອາທາສະໝັກ ລະດູຮ້ອນປີ 2014 ເປັນຢ່າງດີ


ນະຄອນໂຮ່ຈິມິນປະຕິບັດ ວຽກງານອາທາສະໝັກ ລະດູຮ້ອນປີ 2014 ເປັນຢ່າງດີ - ảnh 1

(ພາບ: vov )

(vovworld) –​ມີ​ຊາວ​ໜຸ່ມ​ກ່ວາ 170.000 ຄົນ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ປີ 2014, ​ໃນ​ນັ້ນ, ມີ​ກ່ວາ 80 ຄົນ​ເຄື່ອນ​ໄຫວ​ອາສາ​ສະໝັກ​ສາກົນ. ນັ້ນ​ແມ່ນ​ຄຳ​ປະກາດ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ທີ່​ພິທີ​ສະຫລຸບ​ບັນດາ​ບັ້ນອາສາ​ສະໝັກ​ລະດູ​ຮ້ອນ​ປີ 2014 ຈັດ​ຂຶ້ນ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 10/8. ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ປີ 2015, ອ້າຍ​ຫງວຽນ​ແມ້ງ​ເກື່ອງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ສືບ​ຕໍ່​ລົງທຶນ​ໃຫ້​ແກ່​ການ​ກຳ​ແໜ້ນ​ຄວາມ​ຕ້ອງການ, ​ເງື່ອນ​ໄຂ​ການ​ກິນ​ຢູ່ ​ໃນແຕ່ລະ​ທ້ອງ​ຖິ່ນ, ຫົວໜ່ວຍ​ ເພື່ອ​ເປັນ​ພື້ນຖານ​ກຳນົດ​ບັນດາ​ກິດຈະກຳ, ວຽກ​ງານ​ອາສາ​ສະໝັກ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ. ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບຂອງ​ບັນດາ​ຖັນ​ແຖວ​ສະ​ເພາະ​ກິດ, ພິ​ເສດ​ແມ່ນ​ນຳ​ໃຊ້​ພູມ​ປັນຍາ​ຂອງ​ບັນດາ​ເພື່ອນ​ທີ່​ໄດ້​ຮ່ຳຮຽນ​ແລ້ວ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ“.

  ບັ້ນອາສາ​ສະໝັກ, ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ປີ 2014 ຂອງ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ປະຈັນບານ​ຂອງ​ຊາວ​ໜຸ່ມ​​ໃນ​ການ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ ​ແລະ ທ້ອງ​ຖິ່ນ​ຕ່າງໆ, ຕັ້ງໜ້າ​ເຂົ້າຮ່ວມ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສ້າງ​ສິວິ​ໄລ​ຕົວ​ເມືອງ. ພິ​ເສດ, ບັ້ນ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ປີ 2014 ມີ​ຊາວ​ໜຸ່ມ​ອາສາ​ສະໝັກ 230 ຄົນ​ຂຶ້ນ​ກັບ​ບັນດາ​ສະມາຄົມ, ສະ​ໂມ​ສອນ, ໜ່ວຍ​ອາສາ​ສະໝັກ​ສັງກັດ​ອົງການ​ຊາວ​ໜຸ່ມ-​ສະມາຄົມ​ອາສາ​ສະໝັກ​ຈົດ​ທະບຽນ​ເຂົ້າຮ່ວມ./.

ຂ່າວ/ບົດ​ອື່ນ