ນະຄອນໂຮ່ຈີມິນປາດຖະໜາຢາກຮ່ວມມືກັບສະໂລວາກີໃນຫຼາຍຂົງເຂດ

ນະຄອນໂຮ່ຈີມິນປາດຖະໜາຢາກຮ່ວມມືກັບສະໂລວາກີໃນຫຼາຍຂົງເຂດ - ảnh 1
ທ່ານ ​ເລ​ຮ່ວາງ​ກວນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ຕ້ອນຮັບທ່ານ
Martin Glavac, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ສະ​ໂລ​ວາ​ກີ
(ພາບ: hochiminhcity.gov.vn)

(vovworld) – ​​​ ນະຄອນ​ໂຮ່ຈີ​ມິນ​ ປາດຖະ​ໜາຢາກ​ຮ່ວມ​ມື​​ກັບ​ປະ​ເທດ ສະ​​ໂລ​ວາ​ກີ​ໃນ ຫຼາຍ​ຂົງ​ເຂດ, ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ທີ່ການ​ຕ້ອນຮັບທ່ານ Martin Glavac, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ສະ​ໂລ​ວາ​ກີ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 11/6. ນະທີ່​ນີ້, ທ່ານ​ ເລຮ່ວາງ​ກວນ ​ເນັ້ນ​ໜັກວ່າ: ​ໃນ​ໄລຍະ​ຜ່ານ​ມາ, 2 ປະ​ເທດ ຫວຽດນາມ ​ແລະ ສະ​ໂລ​ວາ​ກີ  ​ໄດ້​ຮັກສາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ, ການ​ພົວພັນ 2 ຝ່າຍ​ພວມ​​ໄດ້​ຮັບ​ການຊຸກຍູ້​​ເທື່ອ​ລະ​ກ້າວຕາມ​ທິດ​​ແທດ​ຈິງ, ມີ​ປະສິດທິ​ຜົນ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ດ້ານເສດຖະກິດ, ພົວພັນ​ປະ​ແລກປ່ຽນ​ວັດທະນະທຳ, ກາ​ນສຶກສາ…​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ​ໂຮ່ຈີ​ມິ​ນ ປາດ​ຖະໜາ​ຢາກ ພ້ອມ​ກັບ​ນະຄອນຫຼວງ Bratislava ຂອງ ສະ​ໂລ​ວາ​ກີ ລົງ​ນາມ​ຮ່ວມ​ມື​ແຮກສ່ຽວ ​ເພື່ອ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ດ້ານເສດຖະກິດ, ການ​ຄ້າ, ການ​ສຶກສາ - ບຳລຸງ​ສ້າງ, ​ເໝາະ​ສົມ​ກັບ​ການ​ພົວພັນ​ທາງ​ດ້ານການ​ເມືອງ​​ລະຫວ່າງ 2 ປະ​ເທດ​.

         ສ່ວນທ່ານ Martin Glavac ກໍ່​ປາດ​ຖະໜາ​ວ່າ: 2 ປະ​ເທດ​ສືບ​ຕໍ່​ມີ​ມາດ​ຕະການ ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ລະຫວ່າງ ສະ​ໂລ​ວາ​ກີ ກັບ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ​ ເວົ້າສະ​ເພາະ.

ຂ່າວ/ບົດ​ອື່ນ