ນະຄອນໂຮ່ຈີມິນສົ່ງເສີມ,ດຶງດູດການລົງທຶນຢູ່ນະຄອນSanFrancisco,ອາເມລິກາ

ນະຄອນໂຮ່ຈີມິນສົ່ງເສີມ,ດຶງດູດການລົງທຶນຢູ່ນະຄອນSanFrancisco,ອາເມລິກາ - ảnh 1
ນະຄອນ ​ໂຮ່ຈີ​ມິນ (ພາບປະກອບ)

(vovworld) - ​ ວັນ​ທີ 13/07 ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ມີ​ການ​​ໄປປະຕິບັດ​ງານ​ເຖິງ​ນະຄອນ San Francisco, ອາ​ເມ​ລິ​ກາ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ດ້ານເສດຖະກິດ​ເຖິງ​ປີ 2020 ລະຫວ່າງ 2 ທ້ອງ​ຖິ່ນ. ທີ່​ການ​ພົບ​ປະລະ​ຫວ່າງທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເຈີ່ນ​ຫວີງ​ຕ໋ວຽນ ​ແລະ ທ່ານ​ເຈົ້າ​ຄອງ​ນະຄອນ San Francisco Edwin Lee, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ພ້ອມກັນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ San Francisco, ຜ່ານ​ນັ້ນ ປະກອບ​ສວ່ນ​ເຂົ້າ​ໃນ​ການ​ພັດທະນາສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ. ​ໃນ​ການ​ໄປ​ປະຕິບັດ​ງານ​ຄັ້ງ​ນີ້ ນະຄອນ ​ໂຮ່ຈີ​ມິນ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ, ພົບ​ປະ​ວິ​ສາ​ຫະກິດ​ຂອງ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ມາ​ຮ່ວມ​ມື, ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

        ​ແລະກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ນະຄອນ​ໂຮ່ຈີ​ມິນ ​ເຂົ້າ​ຮ່ວມ​ງານ​ຕະຫລາດ​ນັດ​ວາງສະ​ແດງ​ເຕັກ​ໂນ​ໂລ​ຢີຕະລັງ​ຊິດ​ສະ​ເຕີ ​ແລະ ພະລັງງານ​ສາກົນ “Semicon West 2016” ຢູ່ San Francisco. ງານ​ຕະຫລາດ​ນັດມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ແຖວ​ໜ້າ​ກ່ວາ 700 ​ແຫ່ງທີ່​ມາ​ຈາກ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ, ກາ​ນາ​ດາ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ, ​ເຢຍລະ​ມັນ, ສິງກະ​ໂປ…

 

 

ຂ່າວ/ບົດ​ອື່ນ