ນະຄອນໂຮ່ຈີມິນສະເຫຼີມສະຫຼອງ96ປີແຫ່ງວັນຊາດຣູມານີ

ນະຄອນໂຮ່ຈີມິນສະເຫຼີມສະຫຼອງ96ປີແຫ່ງວັນຊາດຣູມານີ - ảnh 1
ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຣູມາ​ນີປະຈຳ​ຫວຽ​ດນາມ ​Valeriu Arteni
(ພາບປະ​ກອບ​ຈາກ: cpv.org.vn)

(vovworld) - ພິທີສະ​ເຫຼີ​ມສະຫຼອງ 96 ປີ ​ແຫ່ງ​ວັນຊາດ ຣູມາ​ນີ  ​(1/12/1918-1/12/2014) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11 ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໂດຍ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຣູມາ​ນີ ນະຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດຣູມາ​ນີ ປະຈຳ​ຫວຽ​ດນາມ ​Valeriu Arteni ໃຫ້​ຮູ້​ວ່າ, ​ເກືອບ 65 ປີຜ່ານມາ, ນັບ​ແຕ່ ຣູມາ​ນີ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ, ສອງ​ປະ​ເທດ​ໄດ້​ມີ​ຂໍ້​ຕົກລົງ ​ແລະ ລາຍການ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ຢ່າງ ​ແລະ ພ້ອມ​ກັນ​ພັດທະນາ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຕຸລາການ, ການ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ກະຈາຍສຽງ ​ແລະ ​ໂທລະພາບ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດຣູມາ​ນີ ​ແລ້ວ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮອບດ້ານ​ລະຫວ່າງ​ຣູມາ​ນີ - ຫວຽດນາມ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ລົບ​ກັບ​ຫວຽດນາມ. ຮູ​ມາ​ນີ ຈະ​ຕັ້ງໜ້າ​ສະໜັບສະໜູນຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ​ ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ, ​ໃນ​ນັ້ນ​ມີ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ.

 


ຂ່າວ/ບົດ​ອື່ນ