ນະຄອນໂຮ່ຈີມິນຮັບປະກັນສິນຄ້າຢ່າງພຽງພໍໃນໂອກາດບຸນປີໃໝ່ປະຈຳຊາດ 2015

ນະຄອນໂຮ່ຈີມິນຮັບປະກັນສິນຄ້າຢ່າງພຽງພໍໃນໂອກາດບຸນປີໃໝ່ປະຈຳຊາດ 2015 - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 11/1, ສະພາ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ແລະ ​ໂທລະພາບ​ນະຄອນ HTV ຈັດ​ຕັ້ງ​ລາຍການ “ຮັບ​ຟັງ ​ແລະ ​ແລກປ່ຽນ“ ດ້ວຍ​ຫົວ​ຂໍ້ “ທຸກ​ຄົນ, ທຸກ​ຄອບຄົວ​ຕ້ອນຮັບບຸນປີ​ໃໝ່​​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ“. ຜູ້ຕາງໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ, ປີ​ນີ້​ປະລິມານ​ສິນຄ້າ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ສາມາດ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ທຸກ​ວັນ, ປະມານ 14.000 ​ໂຕນ. ທາງ​ພະ​ແນ​ກນະຄອນ​ຈະ​ຈັດ​ລົດ​ຂາຍ​ສິນຄ້າ​ເຄື່ອນ​ທີ່ 200 ຄັນ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ຊານ​ນະຄອນ. ທ່ານ​ນາງ ​ເລງ​ອກດ່າວ, ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ​ນະຄອນ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “​ໃນ​ຕອນ​ເຊົ້າ​ວັນ​ທີ 2 ຂອງ​ບຸນປີ​ໃໝ່, ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າ​ດ້ວຍ​ລາຄາ​ເປັນ​ປົກກະຕິ​ຈະ​ເຄື່ອນ​ໄຫວຄືນ​ໄໝ່. ຖ້າ​ຫາກ​ວ່າ​ຢູ່​ບ່ອນ​ໃດ​ລາຄາ​ສິນຄ້າເຄື່ອນ​ເໜັງ, ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ລົດ​ຂາຍ​ເຄື່ອງ​ເຄື່ອນ​ທີ່​ໄປຮັບ​ໃຊ້​ຢູ່​ບ່ອນ​ນັ້ນ​ໃນ​ທັນທີ.


ຂ່າວ/ບົດ​ອື່ນ