ນະຄອນໂຮ່ຈິມິນແລະແຂວງ Saitama, ຍີ່ປຸ່ນ ຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ

(VOVWORLD) -ຕອນຄ່ຳວັນທີ 31 ຕຸລາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ Kiyoshi Ueda, ເຈົ້າແຂວງ ແຂວງ Saitama, ປະເທດຍີ່ປຸ່ນ ແລະ ຄະນະຜູ້ແທນນັກທຸລະກິດແຂວງ Saitama ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.

ນະຄອນໂຮ່ຈິມິນແລະແຂວງ Saitama, ຍີ່ປຸ່ນ ຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ - ảnh 1 ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ

ທ່ານ Kiyoshi Ueda, ເຈົ້າແຂວງ ແຂວງ Saitama

(ພາບ: TTXVN)

ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ, ນະຄອນໄດ້ສະໜັບສະໜູນຂໍ້ລິເລີ່ມສ້າງຕັ້ງຫ້ອງການຕາງໜ້າຂອງອຳນາດການປົກຄອງແຂວງ Saitama ປະຈຳນະຄອນໂຮ່ຈິມິນ, ເພື່ອແນໃສ່ຍົກສູງປະສິດທິຜົນການເຊື່ອມຕໍ່ລະຫວ່າງ 2 ທ້ອງຖິ່ນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ນະຄອນໂຮ່ຈິມິນ ຍາມໃດກໍ່ເອົາໃຈໃສ່ເຖິງບັນຫາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມີເຕັກນິກສູງ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບແຂວງ Saitama ປຶກສາຫາລືແຜນການຊຸກຍູ້ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ຂະແໜງກົນຈັກ, ເອເລັກໂຕນິກ... ຕາມຄວາມຕ້ອງການຂອງບັນດາວິສາຫະກິດແຂວງ Saitama.

        ສ່ວນທ່ານ Kiyoshi Ueda, ເຈົ້າແຂວງ ແຂວງ Saitama ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ ເພື່ອຜົນປະໂຫຍດລວມຂອງວິສາຫະກິດ ແລະ ປະຊາຊົນ 2 ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ