ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຈີນ: ຮຽກ​ຮ້ອງ​​ໃຫ້​ມີຄວາມ​ສາ​ມັກ​ຄີ, ຫຼີກ​ລ້ຽງ​ການ​ສູ້​ຢັນ​ກັນ

(VOVWORLD) -ວັນທີ 7 ມີນາ, ຢູ່ ປັກກິ່ງ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ເຕິນກາງ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ຈີນ ຢູ່ນອກກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ ສະພາແຫ່ງຊາດຈີນ  ຊຸດທີ 15.
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຂອງ ຈີນ: ຮຽກ​ຮ້ອງ​​ໃຫ້​ມີຄວາມ​ສາ​ມັກ​ຄີ, ຫຼີກ​ລ້ຽງ​ການ​ສູ້​ຢັນ​ກັນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ສິນກ່າງ (ພາບ: TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ສິນກ່າງ ໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດໃນການແກ້ໄຂບັນຫາທົ່ວໂລກ. ສານທີ່ ຈີນ ຢາກສົ່ງເຖິງໂລກ ແມ່ນຮຽກຮ້ອງໃຫ້ບັນດາປະເທດສາມັກຄີ, ຫຼີກລ້ຽງການສູ້ຢັນກັນ ແລະ ການປະທະກັນ. ການບໍລິຫານທົ່ວໂລກ ຕ້ອງປະຕິບັດຕາມກົດໝາຍສາກົນໃນ ກົດບັດ ສປຊ ແລະ ບັນດາປະເທດພວມພັດທະນາ ຕ້ອງເຂົ້າຮ່ວມ ແລະ ສະແດງທັດສະນະຂອງຕົນໃນບັນດາບັນຫາສາກົນໃຫ້ຫຼາຍກວ່າອີກ.

ກ່ຽວກັບການພົວພັນລະຫວ່າງ ຈີນ -  ອາເມລິກາ, ເຊິ່ງເປັນບັນຫາທີ່ມີນັກຂ່າວນຫຼາຍຄົນຕັ້ງຄຳຖາມທີ່ ສຸດ, ທ່ານ ລັດຖະມົນຕີການຕ່າງປະເທດ ສິນກ່າງ ປາດຖະໜາວ່າ ສອງຝ່າຍຮັກສາສາຍພົວພັນ ເພື່ອຜົນປະໂຫຍດຂອງສອງປະເທດເວົ້າສະເພາະ ແລະ ໂລກ ເວົ້າລວມ ບົນພື້ນຖານກຳນົດຜົນປະໂຫຍດລວມ ແລະ ແບ່ງປັ່ນຄວາມຮັບຜິດຊອບ ເພື່ອໄມຕີຈິດມິດຕະພາບລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ