ນາ​ຍົກ​ລັດ​ຖະ​ມົນ​ຕີ Hunsen: ທະ​ຫານ​ອາ​ສາ​ສະ​ໝັກ​ ຫວຽດ​ນາມ ໄດ້​ຊ່ວຍ​ໃຫ້​ ກຳ​ປູ​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ລະ​ບອບ​ດັບ​ສູນ​ເຊື້​ອ​ຊາດ

(VOVWORLD) -ຕອນເຊົ້າວັນທີ 7 ມັງກອນ, ຢູ່ Phnom penh ປະເທດກຳປູເຈຍໄດ້ດຳເນີນພິທີສະເຫຼີມສະຫຼອງ 42 ປີ ແຫ່ງວັນໂຄນລົ້ນລະບອບດັບສູນເຊື້ອຊາດຂະແມແດງ, ປົດປ່ອຍປະເທດຊາດ (7/1/1979 – 7/1/2020). 
ນາ​ຍົກ​ລັດ​ຖະ​ມົນ​ຕີ Hunsen: ທະ​ຫານ​ອາ​ສາ​ສະ​ໝັກ​ ຫວຽດ​ນາມ ໄດ້​ຊ່ວຍ​ໃຫ້​ ກຳ​ປູ​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ລະ​ບອບ​ດັບ​ສູນ​ເຊື້​ອ​ຊາດ - ảnh 1 ທ່ານນາຍົກລັດຖະມົນຕີກຳປູເຈຍ Hunsen ໄດ້ກ່າວສູນທອນພົດທີ່ພິທີ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີກຳປູເຈຍ Hunsen ໄດ້ກ່າວສູນທອນພົດຢັ້ງຢືນວ່າ: ຍ້ອນມີການຊ່ວຍເຫຼືອ ອັນໃຫຍ່ ຫຼວງຂອງ ທະຫານອາສາສະໝັກ ຫວຽດນາມ, ກຳປູເຈຍຈຶ່ງສາມາດໂຄນລົ້ນລະບອບດັບສູນເຊື້ອຊາດຂະແມແດງ, ກອບກູ້ເອົາປະຊາຊົນກຳປູເຈຍຫຼຸດພົ້ນອອກຈາກການເຂັ່ນຂ້າທີ່ຮ້າຍກາດທີ່ສຸດໃນປະຫວັດສາດແລະໄດ້ເປີດສັງກາດໃໝ່ແຫ່ງເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມຂອງກຳປູເຈຍ.

“ໃນໄລຍະທີ່ມຶດມົນທີ່ສຸດນັ້ນ, ບັນດາຜູ້ຮັກຊາດໄດ້ຫຼຸດພົ້ນອອກຈາກການເຂັ່ນຂ້າຂອງປົນປົດ, ໄດ້ລຸກຂຶ້ນທຳການຕໍ່ສູ້ຢ່າງພິລະອາດຫານ ແລະ ພ້ອມກັນສ້າງຕັ້ງແນວໂຮມສາມັກຄີກູ້ຊາດກຳປູເຈຍເພື່ອນຳພາປະຊາຊົນທຳການຕໍ່ສູ້ຕ້ານລະບົບຂະແມແດງ. ແນວໂຮມສາມັກຄີກູ້ຊາດກຳປູເຈຍ ໄດ້ຮັບການຊ່ວຍເຫຼືອຈາກທຸກໆແຫ່ງໃນນັ້ນມີການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມໄດ້ທຳການຕໍ່ສູ້ໂຄນລົ້ນລະບອບດັບສູນເຊື້ອຊາດສ້າງໄຊຊະນະຢ່າງສົມບູນໃນວັນທີ 7 ມັງກອນ 1979”.

ຕອບກັບ

ຂ່າວ/ບົດ​ອື່ນ