ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດຈີນ

ນາຍົກລັດຖະມົນຕີ  Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດຈີນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນເມິງ​ຈຽງ​ຈູ (ພາບ: chinhphudientu )


Vovworld- ຕອນ​ບ່າຍ​ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນເມິງ​ຈຽງ​ຈູຊຶ່ງ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ຊົມ​ເຊີຍ ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນເມິງ​ຈຽງ​ຈູມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຮ່ວມ​ມື​ປ້ອງ​ກັນ ແລະ ຕ້ານອາດຊະຍາກຳຄັ້ງທີ່ 3 ລະຫວ່າງກະຊວງ ຕຳຫຼວດຫວຽດນາມ ແລະ ລະຫວ່າງກະຊວງ ຕຳຫຼວດຈີນ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ຕີລາຄາສູງການ ປະສານສົມທົບຮ່ວມມື ຢ່າງແໜ້ນແຟ້ນລະຫວ່າງກະຊວງ ຕຳຫຼວດຂອງ 2 ປະເທດໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນ ອາດຊະຍາກຳ ຢູ່ເຂດຊາຍແດນ ຫວຽດນາມ -ຈີນ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຫວັງວ່າ 2 ກະຊວງ ຕຳຫຼວດສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ. ທ່ານ​ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ​ສະໜັບສະໜູນ ບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ 2 ກະຊວງ ຕຳຫຼວດ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຢືນຢັນ​ວ່າ ພັກ, ລັດຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ຈີນ ​ແລະ ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຈີ​ນຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ການ​ພັດທະນາ​ລວມຂອງ​ທັງ 2 ຝ່າຍ. ສ່ວນ ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນເມິງ​ຈຽງ​ຈູ ຢືນຢັນ​ວ່າ ກະຊວງ ຕຳຫຼວດຈີນສືບ​ຕໍ່ປະສານສົມທົບຮ່ວມມືຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດ ຫວຽດນາມ​ເພື​ອ່​ແນ​ໃສ່​ຜັນ​ຂະຫຍາຍ​ປະ​ຕິ​ບັດ​ບັນດາ​ສັນຍາ​ຮ່ວມ​ມື ທີ່ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນປະກອບສ່ວນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຈີນເມິງ​ຈຽງ​ຈູ ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ຂອງ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແມ່ນ 2 ຝ່າຍ​ຄວນ​ພ້ອມ​ກັນ​ເຈລະຈາ​ເພື​ອ່ຊອກ​ຫາ​ວິທີ​ການ​ແກ້​ໄຂ​ເທົາ​ທີ່​ຄວນ ​ແລະ ຍາວ​ນານ ​ແລະ ​ເຊື່ອ​ໝັ້ນ​ວ່າ ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ