ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມພິທີ ສະເຫຼີມສະຫຼອງປີ ສະຫະກອນສາກົນ 2012

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມພິທີ ສະເຫຼີມສະຫຼອງປີ ສະຫະກອນສາກົນ 2012 - ảnh 1
( ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ຄຳ​ເຫັນ​ທີ່​ພິທີ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 7/7, ຢູ່​ຮ່າ​ໂນ້ຍ, ສະຫະພັນສະຫະກອນ ຫວຽດນາມ ​ໄດ້ສົມທົບ​ກັບ​ບັນດາ​ກະຊວງ, ຂະ​​ແໜງ​ການ ​ແລະ ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ຈັດ​ຕັ້ງ​ພິທີ່ສະ​ເຫຼີມສະຫຼອງ​ປີ​ສະຫະກອນສາກົນຄັ້ງ​ທີ 18 ​ແລະ ວັນສະຫະກອນສາກົນຄັ້ງ​ທີ 90. ສະຫະພັນສະຫະກອນສາກົນ​ແມ່ນ​ໜຶ່ງ​​ໃນ​ບັນດາ​ອົງການ​ໃຫຍ່​ຂອງ​ໂລກ, ​ຕ່າງ​ໜ້າ​ໃຫ້​ກວ່າ 750.000 ສະຫະກອນ ​ແລະ ​ສະມາຊິກ​ສະຫະກອນເກືອ​ນ 1 ຕື້​ຄົນ​ຂອງ​ເກືອບ 100 ປະ​ເທດ​ສະມາຊິກ. ​ສະຫະກອນ ​ໄດ້​ປະກອບສ່ວນ​ໂດຍ​ກົງເຂົ້າ​ໃນ​ການ​ປັງ​ປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ ½ ຈຳນວນພົນລະ​ເມືອງ, ພິ​ເສດ​, ສຳລັບ​ການ​ພັດ​ທະ​ນາ​ແບບ​ໝັ້ນຄົງ, ລົບ​ລ້າງ​ຄວາມ​ອຶດຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ. ດ້ວຍ​ຫົວ​ຂໍ້​ຂອງ​ປີສາກົນສະຫະກອນ 2012 ​ແມ່ນ “ສະຫະກອນ​ສ້າງ​ໂລກ​​ໃຫ້ມີ​ຄວາມ​ສວຍງາມ​ກວ່າ”, ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ສະຫະກອນ​ສາກົນ, ປາດ​ຖະໜາ​ວ່າ ຜ່ານ​ນັ້ນ​ເພື່ອ​ໂຄສະນາ, ​ແນະນຳ​ບັນດາ​ຮູບ​ແບບ​ສະຫະກອນ​ທີ່​ເປັນ​ແບບຢ່າງ​ເຖິງ​ປະຊາຊົນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ.

        “​ເພື່ອ​ສືບ​ຕໍ່​ປ່ຽນ​ໃໝ່​ ​ແລະ ພັດທະນາ​ເສດຖະກິດ​ສະຫະກອນ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຢ່າງ​ມີ​ປະສິດທິ​ຜົນ, ຕ້ອງ​ຊາບ​ຊືມ ​ແລະ ກຳ​ໄດ້​ບັນດາ​ທັດສະນະ, ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ລວມໝູ່ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ກອງປະຊຸມ​ໃຫຍ່​ພັກທົ່ວ​ປະ​ເທດ​ຄັ້ງ​ທີ່ 11 ​ແລະ ​ໃນ​ມະຕິ​ເລກທີ 13 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 9. ພັດທະນາ​ສະຫະກອນ​ຕ້ອງ​ປະຕິບັດ​ຕາມ​ຫຼັກ​ການ​ສະຫະກອນ, ປະຕິບັດ​ຕາມ​ຂໍ້​ກຳນົດ​ໃນ​ກົດໝາຍວ່າ​ດ້ວຍ​ສະຫະກອນ, ​ເຄົາລົບ​ຫຼັກການ​ສະໝັກ​ໃຈ​ຂອງ​ບັນດາ​ສະມາຊິກ, ​ວິວັດ​ການ​ພັດທະນາ​ສະຫະກອນຕິດ​ພັນ​ວິວັດ​ການ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ ​ແລະ ວິວັດ​​ແຫ່ງການ​ກໍ່ສ້າງ​ຊົນນະບົດ​ໃໝ່”.


ຂ່າວ/ບົດ​ອື່ນ