ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບການນຳແຂວງຫວິງລອງ

ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບການນຳແຂວງຫວິງລອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຫວິ​ງລອງ
( ພາບ: chinhphu.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 10/6, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຫວິ​ງລອງ ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ຕາມ​ທ່ານ​ນາຍົກລັດຖະມ​​ົນຕີ Nguyen Tan Dung ​ແລ້ວ, ​ແຂວງ ຫວິງ​ລອງ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາຄວາມ​ສາມາດ​ບົ່ມຊ້ອນ, ທ່າ​​ໄດ້​ປຽບຂອງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ຜະລິດ​ເຂົ້າສານ, ຕົ້ນໄມ້​ກິນ​ໝາກ, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ການທ່ອງທ່ຽວ, ການ​ບໍລິການ, ອຸດສາຫະກຳ​ປຸງ​​ແຕ່ງ…

   “ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພວກ​ເຮົາ​ຫຍັງ​ໃຫຍ່​ຫຼວງ​ຢູ່, ຄວນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ໄດ້​ປຽບເພື່ອ​ພັດ​ທະນາ, ຕ້ອງຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ຊອກ​ຫາ​ວິທີພັດ​ທະນາ​​ໃຫ້ດີກ​ວ່າ. ທ່າ​​ໄດ້​ປຽບຂອງ​ແຂວງ​ວິ້ງ​ລອງ ​ແມ່ນ​ຜະລິດ​ກະສິກຳ, ​ເຂົ້າສານ, ຕົ້ນ​ໄມ້​ກິນ​ໝາກ, ສິ້ນ​ໃນ​ນ້ຳ. ປະຈຸ​ບັນ​ຄວນ​ຄິດ​ໄລ​ຊັ່ງ​ຊາ​ກ່ຽວ​ກັບການ​ຜະລິດ​ໃຫ້​ດີ ​ເພື່ອພັດທະນາ​ຢ່າງມີ​ປະສິດທິ​ຜົນ​ກວ່າ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ດີກວ່າ. ສ້າງລາຍ​ຮັບ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ຄວາມ​ຮັ່ງມີ​ຈາກ​ທ່າ​​ໄດ້​ປຽບຂອງ​ແຂວງ. ປະຈຸ​ບັນ​ຕ້ອງນຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຕ້​ອງຈັດ​ຕັ້ງ​ການ​ຄຸ້ມ​ຄອງ​ການ​ຜະລິດ, ປຸງ​ແຕ່ງ​ຕິດ​ພັນ​ກັບ​ເຕັກ​ໂນ​ໂລ​ຊີການ​ປຸງ​ແຕ່ງ, ​ເພື່ອຈຳໜ່າຍ​ຢູ່​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ”.

   ຄຽງ​ຂ້າງ​ນັ້ນ, ທ່ານ​ນາຍົກລັດຖະມົນຕີກໍ​ເນັ້ນ​ໜັກ​ວ່າ, ​ແຂວງ ຫວິງ​ລອງ ຕ້ອງ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ; ​ເອົາ​ໃຈ​ໃສ່​ເຖິງ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ແກ​່ຂະ​ແໜງ​ສຶກສາ, ສາ​ທາ​ລະນະ​ສຸກ​ກວ່າ​ອີກ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ ກໍ​ຄື​ປະຕິບັດ​ວຽກ​ງານ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ທາງ​ດ້ານ​ສາທາລະນະ​ສຸກ, ກວດ ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ