ນາຍົກລັດຖະມົນຕີ ກຳປູເຈຍ Hunsen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ກຳປູເຈຍ Hunsen ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​
ແລະ ​ທ່ານ​ນາຍົກລັດຖະມົນ​ຕີ Hun Sen
(ພາບປະກອບ)


(vovworld) - ຕອນ​ເຊົ້າ​ວັນທີ 26/12, ທ່ານ​ນາຍົກລັດຖະມົນ​ຕີ​ແຫ່ງ​ລາຊະ​ອານາຈັກ ກຳ​ປູ​ເຈຍ Samdec Hun Sen ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງການ ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​​ເມື່ອ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີກຳປູ​ເຈຍ ຄືນ​ໃໝ່​ໃນ​ເດືອນ 09/2013 ຜ່ານ​ມາ. ນີ້ກໍ່​ແມ່ນ​ການ​ເດີນທາງຢ້ຽມຢາມ​ຕ່າງປະ​ເທດເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​​​ໃນ​ໄລຍະ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ພິທີຕ້ອນຮັບ​ທ່ານ​ນາຍົກລັດຖະມົນ​ຕີ Hun Sen ​ແລະ ພ້ອມ​ກັນຢ່າງກວດກອງກຽດຕິຍົດຢູ່​ສຳນັກງານປະທານຫວຽດນາມ.

        ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ນາຍົກລັດຖະມົນຕີ 2 ​ທ່ານໄດ້​ດຳ​ເນີນ​ການ​ເຈລະຈາ.ທີ່​ການ​ເຈ​ລະ​ຈາ, ທ່ານ​ນາຍົກລັດຖະມົນຕີທັງ 2 ໄດ້ສະແດງຄວາມຕັດສິນໃຈ ເຮັດໃຫ້ເລິກເຊິ່ງກ່ວາເກົ່າ ແລະ ນຳສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ ລະດັບສູງໃໝ່ ໃນຊຸມປີ ທີ່ຈະມາເຖິງ. ບົນ​ຈິດ​ໃຈ​ດັ່ງກ່າວ, 2 ຝ່າຍ​ຕົກລົງ​ກັນສືບຕໍ່ແລກປ່ຽນບັນດາການ ຢ້ຽມຢາມຂັ້ນ​ສູງ​ລະຫວ່າງ ການ​ນຳ 2 ປະ​ເທດນັບ​ທັງ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖ່ິນ, ສືບ​ຕໍ່​ສົມທົບ​ກັນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ກັນ ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນລຸ 5 ຕື້ USD ​ໃນ​ປີ 2015. 2 ຝ່າ​ຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ຄ້າຂາຍ​ເຖື່ອນ, ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ....2 ຝ່າຍ​ຢືນຢັນ​ຄືນ​ເຖິງ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ກຳລັງ​ເປັນ​ປໍ​ລະ​ປັກ​ໃດໆ​ນຳ​ໃຊ້​ຜືນ​​ແຜ່ນດິນ​ຂອງ​ປະ​ເທດ​ໜຶ່ງ​​ເພື່ອ​ທຳລາຍ​ຄວາມ​ສະຫງົບ​ ​ແລະ ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

   ທ່ານ​ນາຍົກລັດຖະມົນຕີທັງ 2ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ 2 ປະ​ເທດ​ສຳ​ເລັດ​ວຽກ​ງານ​ຂີດ​ຂັ້ນ​ປັກ​ຫຼັກ​ໝາຍ​ທາງບົກ​ໂດຍ​ໄວ, ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະພາບ ​ແລະ ພັດທະນາ ລະຫວ່າງ 2 ປະ​ເທດ.

   ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ຍົກ​ສູງ​ຫຼັກ​ໝັ້ນ​ຮ່ວມ​ຂອງ​ອາ​ຊຽນຄື​ໄດ້​ຍົກ​ອອກ​ໃນ​ຖະ​ແຫຼ​ງການ 6 ຂໍ້​ຂອງ​ອາຊຽນກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ການ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ DOC  ​ແລະ ສ້າງ​ປະມວນ​ຫຼັກການ​ COC ລະຫວ່າງ ອາຊຽນ-ຈີນ​ໂດຍ​ໄວ. ພາ​ຍຫຼັງການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີທັງ 2 ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 10 ສະບັບ​ລະຫວ່າງ 2 ປະ​ເທດ. 

​ແລະ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Hun Sen ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ. ທີ່​ການ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ Hun Sen, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ​ອມມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ໄດ້ຊົມເຊີຍບັນດາ​ຜົນງານ​ສຳຄັນ​ກ່ຽວ​ກັບ​ການ​ພົວພັນ​ພາຍ​ໃນ ​ແລະ ພົວພັນ​ກັບຕ່າງປະ​ເທດ ​ເຊິ່ງປະຊາຊົນ ກຳປູ​ເຈຍ ຍາດ​ມາ​ໄດ້, ຊົມເຊີຍ ກຳປູ​ເຈຍ ຈັດ​ຕັ້ງ​ການ​ເລືອດ​ຕັ້ງສະພາ​ແຫ່ງ​ຊາດ​ອາຍຸ​ການ​ທີ 5 ສຳ​ເລັດ​ຜົນ ​ແລະ ພັກ​ປະຊາຊົນ​ກຳປູ​ເຈຍ ຍາດ​ໄດ້​ໄຊຊະນະ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Samdech Hunsen ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກສະພາ​ແຫ່ງ​ຊາດ ສືບ​ຕໍ່​​ເລືອກ​ຕັ້ງ​ໃຫ້​ດຳລົງຕຳ​ແໜ່​ງນາ​ຍົກ​ລັດຖະມົນຕີ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ, ປະ​ເທດ ກຳປູ​ເຈຍ ຈະ​ສືບ​ຕໍ່​ພັດທະນາ​ໃນ​ທຸກໆ​ຂົງ​ເຂດ.

        ທ່ານ​ເລຂາທິການ​ໃຫຍ່ ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ ນາຍົກລັດຖະມົນຕີ 2 ທ່ານ ​ແລະ ສະ​ເໜີ​ໃຫ້​ນາຍົກລັດຖະມົນຕີ ທັງ 2 ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ສົມທົບຢ່າງ​ແໜ້ນ​ແຟ້ນ ​ແລະ ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ. 

ຕາມ​ລາຍການ​ແລ້ວ, ວັນ​ທີ 27/12, ທ່ານ​ນາຍົກລັດຖະມົນຕີ​ກຳ​ປູ​ເຈຍ Hun Sen ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອານຸສາ​ວະລີ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເຂົ້າ​ຄຳນັບສຸສານ​ປະທານ​ໂຮ່ຈິ​ມິນ ​ແລະ ພົບ​ປະ​ກັບ​ອະ​ດີດ​ນັກ​ຊ່ຽວຊານ, ອະດີດ​ທະຫານ​ອາສາ​ສະໝັກ​ຫວຽດນາມ. ທ່ານ​ຍັງກໍ່​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ແລະ ຕ້ອນຮັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​​ເຈຍ.

 

ຂ່າວ/ບົດ​ອື່ນ