ນາຍົກລັດຖະມົນຕີ ກຳປູເຈຍ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ກຳປູເຈຍ ແລະ ພັນລະຍາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ກຳປູ​ເຈຍ
Samdech Techo Hun Sen ​​ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ
(ພາບ: TTXVN)


(vovworld) - ວັນ​ທີ 28/12, ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ Samdech Techo Hun Sen ​ແລະ ພັນ​ລະ​ຍາ ​ໄດ້​ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ (​ແຕ່​ວັນ​ທີ 26 – 28/12) ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ.

        ​ໃນ​ໄລຍະ​ຢູ່​ຢ້ຽມ​ຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນຊີງ​ຮຸ່ງ; ​ເຂົ້າ​ຢ້ຽມ​ຂໍ່ານັບ​ຕາມ​ພິທີການ​ທູດ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ.

        ທີ່​ບັນດາ​ການ​ພົບ​ປະ, 2 ຝ່າ​ຍ​ໄດ້​ຕົກລົງ​ສືບ​ຕໍ່​ຮັກ​ສາ​ການ​ແລ​ກປ່ຽນ​ການ​ຢ້ຽມຢາມ, ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນສູງ 2 ປະ​ເທດ ກໍ່ຄື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ລະຫວ່າງ 2 ປະ​ເທດ; ສືບຕໍ່ສົ​ມທົບ​ກັນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ກັນ ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ມີ​ຢູ່​​ແລ້ວ​ຂອງ​ແຕ່ລະ​ປະ​ເທດ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​​ເລິກ​ເຊິ່ງກວ່າ​ອີກ, ສູ້​ຊ​ົນນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015. 2 ຝ່າຍ​ເຫັນ​ດີ​​ສົ່ງ​ເສີມ, ໜູນ​ຊ່ວຍ ​ແລະ ຮັບປະ​ກັບ​​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ວິ​ສາ​ຫະກິດຫວຽດນາມ ຢູ່ກຳ​ປູເຈຍ, ​ເພື່ອຜົນ​ປະ​ໂຫຍດຂອງ​ປະຊາ​ຊົນ 2  ປະ​ເທດ.

        ​ໃນ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນ​ຕີ Hun Sen ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ 10 ສະບັບ. ນອກ​ນັ້ນ ທ່ານ​ນາຍົກລັດຖະມົນຕີ Hun Sen ກໍ່​ໄດ້​ພົບ​ປະ ​ແລະ ​​ໂອ້​ລົມ​ກັບອະ​ດີດ​ນັກ​ຊ່ຽວຊານ, ອະດີດ​ທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​​ໄດ້ຮຽງ​ບ່າ​ຮຽງໄຫຼ່ຕໍ່​ສູ້​ພ້ອມ​ກັບ​ປະຊາຊົນ​ກຳປູ​ເຈຍ; ບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່ກຳ​ປູ​ເຈຍ ​ແລະ ຢ້ຽມຢາມ​ນະຄອນ​ດ່າ​ນັ້ງ.

ຂ່າວ/ບົດ​ອື່ນ