ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າຜູ້ຕາງໜ້າຫ້ອງການ IMF ປະຈຳ ຫວຽດນາມ

(VOVWORLD) - ຄວາມສາມາດຮັບມືຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການປັບປຸງດີກ່ວາ
ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າຜູ້ຕາງໜ້າຫ້ອງການ IMF ປະຈຳ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ

ຕອນເຊົ້າວັນທີ 13 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jonathan Dunn, ຫົວໜ້າຜູ້ຕາງໜ້າຫ້ອງການກອງທຶນເງິນຕາສາກົນ (IMF) ປະຈຳ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ເມື່ອຮັບຮູ້ບັນດາການປະກອບສ່ວນຂອງທ່ານ Jonathan Dunn ທີ່ມີຕໍ່ ຫວຽດນາມໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ດ້ວຍຖານະບົດບາດໃໝ່ເປັນຮອງຜູ້ອຳນວຍການຫ້ອງການ IMF ປະຈຳ ອາຊີ - ປາຊີຟິກ (OAP) ຢູ່ ຍີ່ປຸ່ນ, ທ່ານ Jonathan Dunn ຈະກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ IMF, ສືບຕໍ່ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ IMF ກ່ວາອີກ.

        ທ່ານ Jonathan Dunn ໄດ້ຂອບໃຈຕໍ່ການຮ່ວມມືຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຕີລາຄາສູງການພັດທະນາ ກໍ່ຄືບັນດານະໂຍບາຍເສດຖະກິດຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືວ່າ: ຄວາມສາມາດຮັບມືຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການປັບປຸງດີກ່ວາ. ທ່ານ Jonathan Dunn ໃຫ້ຮູ້ວ່າ: ທ່ານຈະລາຍງານຕໍ່ການນຳ IMF ກ່ຽວກັບການໜູນຊ່ວຍ ຫວຽດນາມ ຄິດໄລ່, ສະຖິຕິຂົງເຂດເສດຖະກິດບໍ່ເປັນທາງການ ແລະ ທ່ານເຊື່ອໝັ້ນວ່າ, IMF ຈະຊ່ວຍ ຫວຽດນາມ ຄິດໄລ່ວັດແທກປະລິມານການຜະລິດແຫ່ງຊາດໃຫ້ດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ