ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ສ​ະ​ມາ​ຊິກ​ ສະ​ພາ​ ແຫ່ງ​ຊາດ​ເພດ​ຍິງຊຸດ​ທີ XIV

(VOVWORLD) -ນັບແຕ່ເມື່ອສະພາແຫ່ງຊາດຊຸດທີ I ປີ 1946ເປັນຕົ້ນມາ, ຖັນແຖວພະນັກງານເພດຍິງໄດ້ມີການພັດທະນາ ນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ. 
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ສ​ະ​ມາ​ຊິກ​ ສະ​ພາ​ ແຫ່ງ​ຊາດ​ເພດ​ຍິງຊຸດ​ທີ XIV - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມການພົບປະ

ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະທານສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບກຸ່ມສະມາຊິກ ສະພາແຫ່ງຊາດເພດຍິງຊຸດທີ XIV, ຈັດຕັ້ງການພົບປະກັບ ສະມາຊິກ ສະພາແຫ່ງຊາດເພດຍິງເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພະນັກງານເພດຍິງໃນປັດຈຸບັນ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ .

ນັບແຕ່ເມື່ອສະພາແຫ່ງຊາດຊຸດທີ I ປີ 1946ເປັນຕົ້ນມາ, ຖັນແຖວພະນັກງານເພດຍິງໄດ້ມີການພັດທະນາ ນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ. ໃນຫຼາຍສະໄໝທີ່ຜ່ານມາ, ຫວຽດນາມຍາມໃດກໍ່ມີຮອງປະທານປະເທດແມ່ນແມ່ຍິງ ແລະ ປັດຈຸບັນ ແມ່ຍິງ 3 ທ່ານ ໄດ້ເປັນມີ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດພ້ອມກັບພະນັກງານເພດຍິງຫຼາຍຄົນ ທີ່ພວມດຳລົງຕຳແໜ່ງສຳຄັນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ອັດຕາສະມາຊິກ ສະພາແຫ່ງຊາດເພດຍິງຊຸດທີ XIV ບັນລຸໄດ້ 26,72%, ມາຮອດປັດຈຸບັນ ແມ່ນ 27,1% ສູງກ່ວາເມື່ອທຽບໃສ່ລະດັບສະເລ່ຍຂອງພາກພື້ນ ອາຊີ ແລະ ທົ່ວໂລກ, ອັດຕາສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ, ເມືອງ, ຕາແສງລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ກັບສະໄໝກ່ອນ.

ກ່າວຄຳເຫັນທີ່ການພົບປະ, ທ່ານນາງຕ່ອງທິຟອງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງສະຫະພັນແມ່ຍິງ ກັບ ກຸ່ມສະມາຊິກ ສະພາແຫ່ງຊາດເພດຍິງ ຊຸດທີ XIV ມີການປັບປຸງຫຼາຍ. ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານ. ທ່ານນາງກ່າວວ່າ:

        ໃນວິວັດແຫ່ງການເຄື່ອນໄຫວ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມໄດ້ຮັບການຕີລາຄາສູງຢູ່ເວທີສາກົນ. ບັນດາການເຄື່ອນໄຫວໃນການພົວພັນທາງການທູດ, ລັດຖະສະພາລ້ວນແຕ່ມີການເຂົ້າຮ່ວມຂອງກຸ່ມສະມາຊິກສະພາແຫ່ງຊາດເພດຍິງຫວຽດນາມ, ໃນນັ້ນມີປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມເປັນເຈົ້າພາບຈັດຕັ້ງບັນດາເວທີປາໄສສາກົນສຳເລັດດ້ວຍ ບັນດາຂໍ້ລິເລີ່ມທີ່ຍົກອອກມານຳໃຊ້ເຂົ້າໃນພຶດຕິກຳຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ