ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ບິ່ງ​ເຢືອງ

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ, ກວດກາ, ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ແຂວງ ບິ່ງ​ເຢືອງ - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບິ່ງເຢືອງ (ພາບ: VGP)

ທີ່ໂຮງໝໍສາກົນ Becamex, ນະຄອນທ້ວນອານ, ທ່ານນາຍົກລັດຖະມົນຕີ ໄດ້ກວດກາພື້ນຖານໂຄງລ່າງ ແລະຕິດຕາມວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ມີອາການໜັກຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ພິຈາລະນາ, ຈັດສົ່ງບັນດາພະຍາບານອາສາສະໝັກຈາກຮ່າໂນ້ຍມາໜູນຊ່ວຍ.

ເມື່ອລົງກວດກາຢູ່ເຂດຕະຫຼາດດົ່ງຝູ, ນະຄອນ ທ້ວນອານ ເຊິ່ງແມ່ນສະຖານທີ່ສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ ປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຮັບປະກັນການປະຕິບັດ, ຜັນຂະຫຍາຍຢ່າງລະອຽດວຽກສະໜອງທັນຍະຫານ, ອາຫານທີ່ຈຳເປັນໃຫ້ແກ່ປະຊາຊົນຢູ່ເຂດຖືກປິດລ້ອມ. ທ່ານກ່າວວ່າ:

ປ້ອມປ້ອງກັນແມ່ນສະຖານທີ່ໃກ້ກັບປະຊາຊົນທີ່ສຸດ, ແມ່ນສະຖານທີ່ເຊິ່ງເຂົ້າໃຈປະຊາຊົນທີ່ສຸດ, ແມ່ນສະຖານທີ່ສາມາດຮຽກຮ້ອງ ປະຊາຊົນ ປະຕິບັດການປິດລ້ອມ. ທີ 2 ແມ່ນສະຖານທີ່ຮັບປະກັນການໜູນຊ່ວຍສັງຄົມ, ແລະ ທີ 3 ແມ່ນສະຖານທີ່ໃຫ້ປະຊາຊົນໝົດທຸກຄົນມີຄວາມຕ້ອງການດ້ານການແພດ ຈະໄດ້ຮັບການໜູນຊ່ວຍຢ່າງທັນການ. ຕ້ອງມີຄົນຍາມ 24/24 ຢູ່ຕາແສງ, ບ້ານ…

ພາຍຫຼັງໄປກວດກາ, ທ່ານນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບການນຳແຂວງບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຮອດວັນທີ 15 ກັນຍາ ແຂວງບິ່ງເຢືອງ ຕ້ອງມານະພະຍາຍາມນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ