ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ອານ​ຢາງ, ດົ່ງ​ທາບ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ຕາແສງ ເທີຍເຊີນ, ແຂວງອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ ຮັກສາການເຄື່ອນໄຫວເປັນປົກກະຕິຕາມຮູບແບບການປະຕິບັດລະບຽບການບໍລິຫານໃໝ່ກະກຽມໃຫ້ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ຮູບ​ແບບ​ການ​ບໍ​ລິ​ຫານ​ໃໝ່​ຢູ່ ອານ​ຢາງ, ດົ່ງ​ທາບ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍສືບຕໍ່ໂຄງການປະຕິບັດງານຢູ່ບັນດາແຂວງທາງພາກໃຕ້, ໃນວັນທີ 21 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາການຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ການເຄື່ອນໄຫວຂອງສູນຮັບໃຊ້ການປະຕິບັດລະບຽບການບໍລິຫານສາທາລະນະຢູ່ຕາແສງ ເທີຍເຊີນ (ຕາແສງຕິດກັບຊາຍແດນ), ແຂວງ ອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ ຕາແສງ ເທີຍເຊີນ, ແຂວງອານຢາງ ແລະ ຕາແສງ ໝີຮຽບ, ແຂວງດົ່ງທາບ ຮັກສາການເຄື່ອນໄຫວເປັນປົກກະຕິຕາມຮູບແບບການປະຕິບັດລະບຽບການບໍລິຫານໃໝ່ກະກຽມໃຫ້ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ເປັນຢ່າງດີ. ກ່ຽວກັບການພັດທະນາເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າແຂວງອານຢາງ ແລະ ແຂວງດົ່ງທາບມານະພະຍາຍາມບັນລຸການເຕີບໂຕຢູ່ລະດັບສູງກ່ວາ 8%, ສຸມໃສ່ເຂົ້າການລົງທຶນສາທາລະນະ, ກະຕຸ້ນການບໍລິໂພກ, ການສົ່ງອອກ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ພ້ອມທັງຕັ້ງໜ້າເບິ່ງແຍງດູແລຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ສົ່ງເສີມປະຊາຊົນເຂົ້າຮ່ວມການສ້າງແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ, ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ