ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ

(VOVWORLD) - ນນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຮ່ວມມືນ້ຳມັນອາຍແກັດລະຫວ່າງສອງປະເທດ, ບົນຫຼັກການ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”.
 
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ ຫວຽດນາມ - ລັດເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ແກ່ຕ້ອນຮັບທ່ານ Kudryashov Sergei Ivanovich, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ແກ່ຕ້ອນຮັບທ່ານ Kudryashov Sergei Ivanovich, ຜູ້ອຳນວຍການໃຫຍ່ບໍລິສັດ Zarubezhneft, ສະຫະພັນລັດເຊຍ, ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ກ່ຽວກັບການຮ່ວມມືນ້ຳມັນອາຍແກັດ, ພະລັງງານ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຮ່ວມມືນ້ຳມັນອາຍແກັດລະຫວ່າງສອງປະເທດ, ບົນຫຼັກການ “ຜົນປະໂຫຍດສົມດຸນ, ແບ່ງປັນຄວາມສ່ຽງ”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ການນຳບໍລິສັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petro Vietnam) ກໍ່ປຶກສາຫາລື, ຍົກໃຫ້ເຫັນແຈ້ງບັນດາເນື້ອໃນຕ້ອງໄດ້ຮັບການແກ້ໄຂຂຶ້ນກັບໜ້າທີ່, ສິດອຳນາດຂອງອົງການ, ກະຊວງ, ຂະແໜງການໃດ; ສະເໜີວິທີການແກ້ໄຂເພື່ອຮ່ວມມືດ້ານນ້ຳມັນອາຍແກັດລະຫວ່າງສອງປະເທດສືບຕໍ່ບັນລຸໄດ້ໝາກຜົນສູງສຸດ.

        ສ່ວນທ່ານ Kudryashov Sergei Ivanovich ໃຫ້ຮູ້ວ່າ: ພາຍຫຼັງກ່ວາ 40 ປີແຫ່ງການຮ່ວມມືລະຫວ່າງບໍລິສັດ Zarubezhneft ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (Petro Vietnam) ໄດ້ບັນລຸຫຼາຍຜົນງານໃນການສຳຫຼວດທໍລະນີ ແລະ ຂຸດຄົ້ນນ້ຳມັນ, ອາຍແກັດ. ທ່ານ Ivanovich ໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີການຮ່ວມມືນ້ຳມັນອາຍແກັດ.

ຕອບກັບ

ຂ່າວ/ບົດ​ອື່ນ