ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ສິງກະໂປ

(VOVWORLD) - ທີ່ການຕ້ອນຮັບທ່ານ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານ Suga Yoshihide ສືບຕໍ່ເອົາໃຈໃສ່, ສະໜັບສະໜຸນ, ປະກອບສ່ວນຫຼາຍກ່ວາເພື່ອຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ສິງກະໂປ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
(ພາບ:VGP/Nhật Bắc)

ວັນທີ 18 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ໃນຂອບເຂດການປະຕິບັດງານ, ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ, ທີ່ປຶກສາ ສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Suga Yoshihide ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.

        ທີ່ການຕ້ອນຮັບທ່ານ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານ Suga Yoshihide ສືບຕໍ່ເອົາໃຈໃສ່, ສະໜັບສະໜຸນ, ປະກອບສ່ວນຫຼາຍກ່ວາເພື່ອຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນບັນດາໂຄງການດຳເນີນງານ, ແຜນຮ່າງລະອຽດ, ນຳມາເຊິ່ງປະສິດທິຜົນແທດຈິງ.

        ສ່ວນທ່ານ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ, ທີ່ປຶກສາ ສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Suga Yoshihide ຊົມເຊີຍເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຜັນຂະຫຍາຍການຮ່ວມມືອັນດີງາມໃນບັນດາຂົງເຂດໃໝ່.

        ໃນການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ກ່ຽວກັບປີ 2023 ທີ່ຟົດຟື້ນ ດ້ວຍບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 10 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ, ພິເສດແມ່ນບັນດາການຢ້ຽມຢາມ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ. ນາຍົກລັດຖະມົນຕີ ສອງທ່ານ ເຫັນດີເປັນເອກະພາບ ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ, ໃນນັ້ນມີການສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການຄ້າ, ການລົງທຶນ, ການຮ່ວມມືທາງດ້ານພະລັງງານສະອາດ, ການສຶກສາບຳລຸງສ້າງ, ພົວພັນແລກປ່ຽນປະຊາຊົນ, ແລກປ່ຽນກ່ຽວກັບບັນດາເນື້ອໃນ ເພື່ອມຸ່ງໄປເຖິງການຍົກລະດັບການພົວພັນ ຫວຽດນາມ ແລະ ສິງກະໂປ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ