ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ສຽງ

(VOVWORLD) - ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ສຽງ - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)

ການພົບປະເຈລະຈາໄດ້ດຳເນີນໃນຕອນບ່າຍວັນທີ 24 ມິຖຸນາ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ, ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.

        ເພື່ອສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ການພົບປະລະຫວ່າງນາຍົກລັດຖະມົນຕີສອງຝ່າຍໃຫ້ບັນລຸໝາກຜົນລະອຽດ ແລະ ມີປະສິດທິຜົນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສອງຝ່າຍຜັນຂະຫຍາຍ 3 ເສັ້ນທາງລົດໄຟມາດຖານພ້ອມກັນ ເພື່ອເຊື່ອມຕໍ່ ຫວຽດນາມ - ຈີນ; ທ່ານກໍສະເໜີ ຈີນ ໃຫ້ການໜູນຊ່ວຍດ້ານທຶນຮອນ ແລະ ໃຫ້ບຸລິມະສິດຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຮ່ວມມືກັບ ຫວຽດນາມ ສ້າງຂະແໜງອຸດສາຫະກຳເສັ້ນທາງລົດໄຟທັນສະໄໝຄົບຊຸດ; ຫວັງວ່າການຄ້າສອງປະເທດມີການພັດທະນາຢ່າງດຸ່ນດ່ຽງຍືນຍົງກວ່າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີນ ເປີດກວ້າງການນຳເຂົ້າສິນກະເສດຂອງ ຫວຽດນາມ, ເພີ່ມທະວີການຮ່ວມມືຮ່ວມສຳພັນຍູ້ໄວການສ້າງດ່ານຊາຍແດນອັດສະລິຍະ ແລະ ຄົ້ນຄວ້າຮູບແບບທົດລອງສ້າງເຂດຮ່ວມມືເສດຖະກິດຜ່ານຊາຍແດນ.

        ສ່ວນທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ ປາດຖະໜາວ່າ ສອງປະເທດ ຈັດຕັ້ງກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຈີນ - ຫວຽດນາມ ແລະ ກົນໄກເຈລະຈາຍຸດທະສາດລະຫວ່າງສາມກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດໃຫ້ເປັນຢ່າງດີ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດຕາມກຳນົດທິດ 6 ກວ່າ. ທ່ານນາຍົກລັດຖະມົນຕີ ຫຼີສຽງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການເຊື່ອມຕໍ່ຍຸດທະສາດພັດທະນາກັບ ຫວຽດນາມ ແລະ ເປີດກວ້າງການນຳເຂົ້າຫຼາຍຜະລິດຕະພັນທີ່ມີຄຸນນະພາບສູງຈາກ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດທີ່ມີກຳລັງຄວາມສາມາດລົງທຶນເຂົ້າ ຫວຽດນາມ.  

        ນາຍົກລັດຖະມົນຕີສອງທ່ານກໍໄດ້ແລກປ່ຽນກ່ຽວກັບບັນຫາຢູ່ທະເລ, ແລ້ວຕົກລົງເຫັນດີພ້ອມກັນຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບ./.

ຕອບກັບ

ຂ່າວ/ບົດ​ອື່ນ