ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ສະ​ເໜີ ຍີ່​ປຸ່ນ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ODA ລຸ້ນ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ມີຄວາມເອົາໃຈໃສ່ເພີ່ມທະວີການໜູນຊ່ວຍ ODA ເພື່ອຊ່ວຍ ຫວຽດນາມ ປະຕິບັດບັນດາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງສຳຄັນໃຫ້ມີຄວາມຄົບຊຸດ, ສວມບົດບາດແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດໃນສັງກາດໃໝ່; ຍູ້ໄວຄວາມຄືບໜ້າຄົ້ນຄວ້າ, ເປີດກວ້າງການລົງທຶນໃນບັນດາໂຄງການຢູ່ ຫວຽດນາມ
ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ສະ​ເໜີ ຍີ່​ປຸ່ນ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ODA ລຸ້ນ​ໃໝ່ - ảnh 1ບັນຍາການການໂອ້ລົມສົນທະນາ 

ເມື່ອກ່າວຄຳເຫັນທີ່ການໂອ້ລົມສົນທະນາກັບບັນດາວິສາຫະກິດ ຍີ່ປຸ່ນ ໄດ້ດຳເນີນໃນຕອນເຊົ້າວັນທີ 12 ສິງຫາ, ຢູ່ສໍານັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ມີຄວາມເອົາໃຈໃສ່ເພີ່ມທະວີການໜູນຊ່ວຍ ODA ເພື່ອຊ່ວຍ ຫວຽດນາມ ປະຕິບັດບັນດາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງສຳຄັນໃຫ້ມີຄວາມຄົບຊຸດ, ສວມບົດບາດແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດໃນສັງກາດໃໝ່; ຍູ້ໄວຄວາມຄືບໜ້າຄົ້ນຄວ້າ, ເປີດກວ້າງການລົງທຶນໃນບັນດາໂຄງການຢູ່ ຫວຽດນາມ:

        “ຂ້າພະເຈົ້າຊົມເຊີຍຝ່າຍ ຍີ່ປຸ່ນ ເປັນເຈົ້າການຍົກອອກບັນດາກຸ່ມວຽກງານແທດຈິງສຳລັບ ຫວຽດນາມ. ຂ້າພະເຈົ້າສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ແກ້ໄຂບັນດາບັນຫາທຶນຮອນທີ່ກ່ຽວຂ້ອງເຖິງໂຄງການລົງທຶນ FDI, ກູ້ຢືມທຶນ, ປະຕິບັດບັນດາໂຄງການ ODA ລຸ້ນໃໝ່; ການລົງທຶນໂດຍທາງອ້ອມເຂົ້າໃນສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ, ດ່າໜັງ ໂດຍທາງອ້ອມ. ສຸມໃສ່ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ມອບໂອນເຕັກໂນໂລຢີໃຫ້ແກ່ ຫວຽດນາມ”.

        ໃນການໂອ້ລົມສົນທະນາ, ບັນດາກຸ່ມບໍລິສັດ, ວິສາຫະກິດ ຍີ່ປຸ່ນ ສະເໜີໃຫ້ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢູ່ບັນດາໂຄງການພວມລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ສະເໜີສອງຝ່າຍເພີ່ມທະວີການຮ່ວມມືຮອບດ້ານໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ. ຍູ້ແຮງການຮ່ວມມືໃນການພັດທະນາລະບົບສະໜອງ, ການຄ້າ ແລະ ຮັກສາບົດບາດເປັນຕາໂສ້ສຳຄັນໃນລະບົບມຸນຄ່າທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ