ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້ານຳ​ໜ້າ​ໃນ 6 ປະ​ການ

(VOVWORLD) -   ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງປະຕິບັດ “ນຳໜ້າໃນ 6 ປະການ” ປະກອບສ່ວນນຳປະເທດປະຕິບັດສຳເລັດເປົ້າໝາຍເຕີບໂຕສູງກວ່າ 2 ຕົວເລກ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້ານຳ​ໜ້າ​ໃນ 6 ປະ​ການ - ảnh 1ກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2025, ໄລຍະ 2021 – 2025

ນີ້ແມ່ນຄຳຮຽກຮ້ອງ ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາໃນກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2025, ໄລຍະ 2021 – 2025, ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີ 2026 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ. ນະທີ່ນີ້,, ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຮຽກຮ້ອງວ່າ:

        “ທີໜຶ່ງແມ່ນນຳໜ້າໃນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ທີສອງແມ່ນ ນຳໜ້າໃນການພັດທະນາໄວ, ຍືນຍົງ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທີສາມແມ່ນ,ນຳໜ້າໃນການຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ທີສີ່ແມ່ນ, ນຳໜ້າໃນການຕໍ່ສູ້ກັບປະກົດການຟຸມເຟືອຍ, ຫຍໍ້ທໍ້, ສໍ້ລາດບັງຫຼວງ ແລະ ພິເສດແມ່ນສິນຄ້າປອມ, ການຄ້າຂາຍເຖື່ອນ, ສໍ້ໂກງການຄ້າ. ທີຫ້າແມ່ນ ນຳໜ້າໃນການສ້າງຖັນແຖວພະນັກງານປອດໃສ, ໝັ້ນຄົງເຂັ້ມແຂງ, ທັງມີຄຸນສົມບັດສິນທຳປະຕິວັດ, ທັງມີຄວາມເກັ່ງກ້າສາມາດດ້ານວິຊາສະເພາະ. ທີຫົກແມ່ນ ນຳໜ້າໃນການຈັດແບ່ງຂັ້ນ, ແບ່ງສິດ, ຫຼຸດຜ່ອນລະບຽບການບໍລິຫານ”.

ລ້າຍຮວາ

ຕອບກັບ

ຂ່າວ/ບົດ​ອື່ນ