ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ

(VOVWORLD) -    ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນລະດັບຊາດໃນຂົງເຂດເສັ້ນທາງລົດໄຟ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະຊີ້ນຳ.   
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໄລຍະຜ່ານມາ, ລັດຖະບານ ຫວຽດນາມ ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອຜັນຂະຫຍາຍບັນດາໂຄງການໃຫຍ່ ແລະ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃນການຜັນະຂະຫຍາຍບັນດາໂຄງການເສັ້ນທາງລົດໄຟ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ໂຄງການເສັ້ນທາງລົດໄຟໄປຜ່ານແຂວງໃດ ແຂວງນັ້ນຕ້ອງບຸກເບີກໜ້າພຽງ, ແຂວງນັ້ນຕ້ອງກໍ່ສ້າງ ແລະ ຂຸດຄົ້ນສະຖານີລົດໄຟ. ເສີມຂະຫຍາຍນ້ຳໃຈ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາທ້ອງຖິ່ນ. ບັນດາກະຊວງຂະແໜງການ ພຽງແຕ່ຮັບຜິດຊອບວຽກງານກ່ຽວຂ້ອງເຖິງການຄຸ້ມຄອງລັດ. ໄລຍະຜ່ານມາ, ລັດຖະບານ ໄດ້ມອບໃຫ້ບັນດາແຂວງ, ນະຄອນ ເທື່ອລະກ້າວແລ້ວ, ຂ້າພະເຈົ້າເຫັນວ່າພວມປະຕິບັດໄດ້ເປັນຢ່າງດີ”.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ - ảnh 2ບັນຍາກາດຂອງກອງປະຊຸມ (ພາບ: VOV)

        ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ໝູນໃຊ້ເຕັກໂນໂລຢີທີ່ທັນສະໄໝເຂົ້າໃນການກໍ່ສ້າງຄຸ້ມຄອງ, ຂຸດຄົ້ນເສັ້ນທາງລົດໄຟ; ບຳລຸງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອນຳລະບົບເສັ້ນທາງລົດໄຟທັນສະໄໝເຂົ້າໃຊ້ງານ.

ຕອບກັບ

ຂ່າວ/ບົດ​ອື່ນ