ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີປະກາດເປີດສາຍການບິນໂດຍກົງທຳອິດແຕ່ນະຄອນຫຼວງ ຮ່າໂນ້ຍ ໄປຍັງ ຈາກາຕາ ຂອງບໍລິສັດການບິນ Vietjet

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ສາຍການບິນໃໝ່ທຳອິດໃນປະຫວັດສາດ ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ຈາກາຕາ ຈະປະກອບສ່ວນຊຸກຍູ້ການຄ້າ, ການລົງທຶນລະຫວ່າງສອງປະເທດ.
 
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີປະກາດເປີດສາຍການບິນໂດຍກົງທຳອິດແຕ່ນະຄອນຫຼວງ ຮ່າໂນ້ຍ ໄປຍັງ ຈາກາຕາ ຂອງບໍລິສັດການບິນ Vietjet - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີປະກາດເປີດສາຍການບິນໂດຍກົງທຳອິດແຕ່ນະຄອນຫຼວງ ຮ່າໂນ້ຍ ໄປຍັງ ຈາກາຕາ ຂອງບໍລິສັດການບິນ Vietjet

ຕອນຄ່ຳວັນທີ 4 ກັນຍາ, ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ບໍລິສັດການບິນ Vietjet ໄດ້ປະກາດເປີດສາຍການບິນໂດຍກົງຖ້ຽວທຳອິດເຊື່ອມຕໍ່ນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ ກັບນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ນີ້ແມ່ນສາຍການບິນທີ 4 ເຊິ່ງ ບໍລິສັດ Vietjet ມີສາຍການບິນໂດຍກົງ ໄປຍັງ ອິນໂດເນເຊຍ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ສາຍການບິນໃໝ່ທຳອິດໃນປະຫວັດສາດ ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ຈາກາຕາ ຈະປະກອບສ່ວນຊຸກຍູ້ການຄ້າ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ