ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເປີດສະຫຼອງໂຄງການພາກສ່ວນກຸ່ມກັ່ນນ້ຳມັນພາກໃຕ້

(VOVWORLD) -  ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018 ນອນໃນເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ (ນະຄອນ ຫວູງເຕົາ) ໂດຍກຸ່ມບໍລິສັດ SCG (ປະເທດໄທ) ເປັນເຈົ້າຂອງລົງທຶນ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເປີດສະຫຼອງໂຄງການພາກສ່ວນກຸ່ມກັ່ນນ້ຳມັນພາກໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN )

ໃນຂອບເຂດການໄປປະຕິບັດງານຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ຕອນບ່າຍວັນທີ 26 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງເຂດທ່າກ່ຳປັ່ນ - ອ່າງບັນຈຸ ແລະ ໂຄງງານປະໂຫຍດໃຈກາງຂອງໂຄງການກຸ່ມກັ່ນນ້ຳມັນພາກໃຕ້ (LSP) ທີ່ມີຍອດເງິນລົງທຶນກ່ວາ 5 ຕື້ USD.

          ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018 ນອນໃນເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ (ນະຄອນ ຫວູງເຕົາ) ໂດຍກຸ່ມບໍລິສັດ SCG (ປະເທດໄທ) ເປັນເຈົ້າຂອງລົງທຶນ.

          ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ກຸ່ມກັ່ນນ້ຳມັນແຫ່ງນີ້ມີບົດບາດສຳຄັນທີ່ສຸດ, ພ້ອມກັບບໍລິສັດກັ່ນນ້ຳມັນ ງີເຊີນ ຢູ່ພາກເໜືອ ແລະ ໂຮງງານກັ່ນນ້ຳມັນ ບີ່ງເຊີນ ຢູ່ພາກກາງ, ຫວຽດນາມ ຈະມີບັນດາໂຮງງານກັ່ນນ້ຳມັນຢູ່ທາງ 3 ພາກ ເໜືອ - ກາງ - ໃຕ້, ຮັບປະກັນການສະໜອງນ້ຳມັນເຊື້ອໄຟໃຫ້ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ໄລຍະຈະມາເຖິງ, ນັກລົງທຶນ ແລະ ບັນດາອົງການກ່ຽວຂ້ອງຄວນຍົກອອກຂັ້ນຕອນລະອຽດເພື່ອກໍ່ສ້າງສ່ວນຍັງເຫຼືອຂອງໂຄງການໃຫ້ປະສົບຜົນສຳເລັດ.

          ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Roongrote Rangsiyopash, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ SCG, ເຈົ້າຂອງລົງທຶນຂອງກຸ່ມກັ່ນນ້ຳມັນພາກໃຕ້. ເມື່ອລາຍງານກັບນາຍົກລັດຖະມົນຕີ, ທ່ານ Roongrote Rangsiyopash ໃຫ້ຮູ້ວ່າ: ຈະນຳໂຄງການເຂົ້າເຄື່ອນໄຫວການຄ້າໃນກາງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ