​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງຢ້ຽມ​ຢາມ ແລະ ເຮ​ັດ​ວຽກ​ຢູ່​ຫາຍ​ຟ່ອງ

(VOVWORLD) -  ວັນທີ 19 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະຄະນະປະຕິບັດງານລັດຖະບານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ຫາຍຟ່ອງ
​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງຢ້ຽມ​ຢາມ ແລະ  ເຮ​ັດ​ວຽກ​ຢູ່​ຫາຍ​ຟ່ອງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ

   ທ່ານນາຍົກລັດຖະມົນຕີໄດ້ມີການພົບປະເຮັດວຽກກັບການນຳຫຼັກແຫຼ່ງ ຂອງນະຄອນ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ, ໃນ 1 ປີຜ່ານມາ, ນະຄອນບັນລຸໄດ້ບັນດາໝາກຜົນພື້ນຖານໃນທຸກດ້ານຄື: ວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງໄດ້ຮັບຄວາມເອົາໃຈໃສ່; ເສດຖະກິດ-ສັງຄົມສາມາດບັນລຸ ແລະ ລື່ນກາຍຄາດໝາຍ; ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ໂດຍສະເພາະແມ່ນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ໃນຕໍ່ໜ້າ, ນະຄອນຕ້ອງສືບຕໍ່ປັບຕົວຢ່າງປອດໄພ, ຄ່ອງຕົວ,  ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ພ້ອມທັງຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.

       ກ່ຽວກັບທິດພັດທະນານະຕອນ ຫາຍຟ່ອງ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຫາຍຟ່ອງ ຍູ້ແຮງການເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ການຫັນເປັນດິຈິຕອນ.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງຢ້ຽມ​ຢາມ ແລະ  ເຮ​ັດ​ວຽກ​ຢູ່​ຫາຍ​ຟ່ອງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນໃຫ້ ທ່າກ່ຳປັ່ນ ສາກົນ ແລກຮວ້ຽນ

     ຕອນເຊົ້າວັນດຽວກັນ, ໃນຂອບເຂດການປະຕິບັດງານ ຢູ່ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກ ກັບທ່າກ່ຳປັ່ນສາກົນ ແລກຮວ້ຽນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ 5 ທ່າອ່ຽງໃນປັດຈຸບັນ: ກ່ອນອື່ນໝົດແມ່ນການຂົນສົ່ງທາງທະເລ ແມ່ນຄ່າໃຊ້ຈາຍຕ່ຳທີ່ສຸດ ແລະ ປະລີມານສິນຄ້າຫຼາຍທີ່ສຸດໃນປັດຈຸບັນ. ທີສອງແມ່ນ ການນຳໃຊ້ກ່ຳປັ່ນຂະໜາດໃຫຍ່ ພວກແມ່ນທ່າອ່ຽງໃໝ່, ດັ່ງນັ້ນຕ້ອງອອກແບບທ່າກ່ຳປັ່ນໃຫ້ຖືກຕາມທ່າອ່ຽງພັດທະນານີ້. ທີສາມແມ່ນການຄຸ້ມຄອງດ້ວຍເຕັກໂນໂລຢີດີຈີຕອນແມ່ນທ່າອ່ຽງໃນປະຈຸບັນ. ທີສີ່ ແມ່ນຕ້ອງສ້າງທ່າກ່ຳປັ່ນຂຽວ, ສະອາດ, ບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ທີຫ້າແມ່ນການຄຸ້ມຄອງ, ບໍລິຫານຕ້ອງທັນສະໄໝ ແລະ ຕ້ອງການມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ