ນາຍົກລັດຖະມົນຕີ ມາເລເຊຍ: ຫວຽດນາມ ມີບົດບາດສຳຄັນໃນ ອາຊຽນ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ, ການຢ້ຽມຢາມແມ່ນເພື່ອຊ່ວຍສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
ນາຍົກລັດຖະມົນຕີ ມາເລເຊຍ: ຫວຽດນາມ ມີບົດບາດສຳຄັນໃນ ອາຊຽນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim
(ພາບ: VGP)

        ຕອນບ່າຍວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ, ການຢ້ຽມຢາມແມ່ນເພື່ອຊ່ວຍສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານກໍ່ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ຮັກສາທັດສະນະລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ເຂັ້ມງວດ; ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ບັນລຸປະສິທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ, ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

        ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເນັ້ນໜັກວ່າ, ຫວຽດນາມ ມີບົດບາດສຳຄັນໃນອາຊຽນ ແລະ ຢືນຢັນວ່າ ຍາມໃດ ມາເລເຊຍ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດ.

        ການນຳ 2 ທ່ານໄດ້ຊົມເຊີຍເລື່ອງຊຸກຍູ້ການພົວພັນນັບທັງຊ່ອງພັກ, ລັດ, ລັດຖະບານ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ທ່ອງທ່ຽວ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ