ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ​ຈະ​ໄປ​ຢ້ຽມ​ຢາມ​ຈີນ

(VOVWORLD) - ໃນການເຈລະຈາຄັ້ງຕ່າງໆ ສອງຝ່າຍຈະປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ພິເສດແມ່ນບັນດາຂົງເຂດອຸດສາຫະກຳ, ພະລັງງານ, ພື້ນຖານໂຄງລ່າງ ແລະ ກະສິກຳ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ​ຈະ​ໄປ​ຢ້ຽມ​ຢາມ​ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin  (ພາບ: Tass)

ວັນທີ 19 ພຶດສະພາ, ວັງ Kremlin ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ຈະໄປຢ້ຽມຢາມຈີນຢ່າງເປັນທາງການໃນລະຫວ່າງວັນທີ 23 - 24 ພຶດສະພາ. ຄາດວ່າ ທ່ານນາຍົກລັດຖະມົນຕີ Mikhail Mishustin ຈະມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ລີ ສຽງ. ນີ້ແມ່ນການຢ້ຽມຢາມຈີນຄັ້ງທຳອິດຂອງທ່ານ Mikhail Mishustin ໃນຖານະເປັນນາຍົກລັດຖະມົນຕີ ລັດເຊຍ.

ຕາມວັງ Kremlin ແລ້ວ, ໃນການເຈລະຈາຄັ້ງຕ່າງໆ ສອງຝ່າຍຈະປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ພິເສດແມ່ນບັນດາຂົງເຂດອຸດສາຫະກຳ, ພະລັງງານ, ພື້ນຖານໂຄງລ່າງ ແລະ ກະສິກຳ. ທ່ານນາຍົກລັດຖະມົນຕີ Mikhail Mishustin ກໍ່ຈະຢ້ຽມຢາມຊຽງໄຮ່ຫາຍ ແລະ ກ່າວຄຳເຫັນທີ່ບາງເວທີປາໄສວິສາຫະກິດ ລັດເຊຍ - ຈີນ ເຊິ່ງມີການເຂົ້າຮ່ວມຂອງການນຳຫຼາຍບໍລິສັດແຖວໜ້າຂອງລັດເຊຍ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ