ນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼູງ ສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼູງ ສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີ​ຊຽນຫຼູງ ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
(ພາບ: VGP/Nhật Bắc)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 12/9, ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​​ໂປ ຫຼີຊຽນຫຼູງ ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ​ກອງທັບ, ພະລາດ​ສະ​ວັງ ທັງ​ລອງ, ວັນ​ມ໋ຽວ - ກວກ​ຕື໋ຢ໋ຽ​ມ ​ແລະ ບາງ​ປູ​ຊະນີ​ຍະສະ​ຖານອື່ນ​ໆ​ຢູ່ນະຄອນຫຼວງ ຮ່າ​ໂນ້ຍ. ກໍ່​ໃນ​ວັນ​ທີ 12/9, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼູງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 12/9, ພາຍຫຼັງ​ການ​ເຈ​ລະ​ຈາລະ​ຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼູງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສິງ​ກາ​ໂປ. ຕາມ​ນັ້ນ​​ແລ້ວ, ຫວຽດນາມ ​ແລະ ສິງ​ກາ​​ໂປ ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ..​. ຖະ​ແຫຼ​ງການ​ຢັ້ງຢືນ 2 ຝ່າຍ​ຈະ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການພົວພັນ​ຄູ່​ຮ່ວມ​ມື 2 ຝ່າຍ ​ແລະ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອື່ນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ໃໝ່​ຂອງ​ພາກ​ພື້ນ ​ແລະ ສາກົນ. ຫວຽດນາມ ​ແລະ ສິງ​ກາ​ໂປ ​ໃຫ້​ຄຳໝັ້ນ​ສັນຍາ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ລວມມີ​ບັນດາຫຼັກການ​ກ່ຽວ​ກັບ​​ເອກະລາດ, ອະທິປະ​ໄຕ, ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. 2 ຝ່າຍ​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື​ເພື່ອ​ມຸ່ງ​ໄປ​ເຖິງ​ປະຊາ​ຄົ​ມ ອາ​ຊຽນ ​ເຊື່ອ​ມ​ໂຍງ, ປະຕິບັດ​ບັນດາ​ຈຸດໝາຍ​ຂອງ ອາ​ຊຽນ ຮອດ​ປີ 2015 ​ແລ​ະ ​ຊຸມ​ປີ​ຕໍ່ໆ​ໄປ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ ​ແລະ ຄວາ​ມວັດທະນາ​ຖາວອນ​ຍາວ​ນານ​ໃຫ້​ພາກ​ພື້ນ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 11 ກັນຍາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ເນັ້ນ​ໜັກ​ວ່າ ປີ 2013 ​ແມ່ນ​ປີ​ສຳຄັນ​ສຳລັບ​ການ​ພົວພັນ 2 ປະ​ເທດ​ຫວຽດນາມ - ສິງກະ​ໂປ ກ່ອນ​ຈັດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດລະຫວ່າງ 2 ປະ​ເທດ. ປີ 2013 ນີ້ ກໍ່​ແມ່ນ​ປີ​ທີ່ 2 ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ພົວພັນ​ນີ້ ​ໄດ້​ສະ​ແດງ​ອອກ​ທັງ​ລວງ​ກວ້າງ ​ແລະ ລວງ​ເລີກ, ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ການ​ປັບປຸງ​ການ​ພົວພັນ​ນີ້​​ໃຫ້​ດີ​ກວ່າ​ອີກ​​ໃນ​​ຊຸມ​ປີ​ຈະມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ຖື​ວ່າ ໜຶ່ງ​ໃນ​ບັນດາ​ເສົ້າ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ 2 ຝ່າຍ ​ແມ່ນ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ; ​ເຂດ​ອຸດສາຫະກຳ​ຫວຽດນາມ - ສິງກະ​ໂປ (VSIP) ຢູ່​​ແຂວງກວາງ​ຫງ້າ​ຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ບົມຊ້ອນ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ​ຂອງ 2 ຝ່າຍ. ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ຢືນຢັນ​ວ່າ ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ແບ່ງປັນ​ຄວາມ​ສົນ​ໃຈ​ລວມກ່ຽວ​ກັບ​​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແຫ່ງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ເພື່ອ​ໃຫ້​ທຸກ​ໆປະ​ເທດພັດທະນາ​​ແບບ​ວັດ​ຖະນາ​ຖາວອນ; ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ພ້ອມ​ກັນ​ກໍ່ສ້າງ​ອາ​ຊຽນ ​ແຫ່ງ​ສາມັກຄີ ​ແລະ ​ເຊື່ອມ​ໂຍງ​ກວ່າ ດ້ວຍ​ການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ຄູ່​ຮ່ວມ​ມື. ມ້ວນທ້າຍ​ບົດ​ກ່າວ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນລະຫວ່າງ​ສິງກະ​ໂປ - ຫວຽດນາມ ​ແມ່ນ​ການ​ພົວພັນ​ໄດ້​ຮັບ​ການ​ພັດທະນາ​ຜ່ານ​ຫຼາຍ​ປີ​ແຫ່ງ​ການ​ອອກ​ແຮງ​ງານຢ່າງ​ດຸ​ໝັນ​ຂະຫຍັນ​ພຽນ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ກັນ.

​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼູງ ​ຢູ່ ຫວຽດນາມ, ຕອນ​ຄຳ່​ວັນ​ທີ 11/9, ລາຍການ​ພົວພັນ​ແລກປ່ຽນ​ສິລະ​ປະລະ​ຫວ່າງ ກອງ​ທັບ ສິງ​ກາ​ໂປ ​ແລະ ກອງ​ທັບ​ປະຊາຊົນ ຫວຽດນາມ ​ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສິງ​ກາ​ໂປ. ທ່ານ ພັນ​ເອກ ຫງວຽນ​ເຟືອງ​ຢ້ຽນ, ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ, ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ລາຍການ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍສີສັນ​ຝ່າຍ​ຕາ​ເວັນ​ອອກ ​ແລະ ປະສານສົມທົບ​ກັບ​ບັນດາ​ບົດ​ດົນຕີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ທັນ​ສະ​ໄໝ. ມະຫາຊົນ​​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເພິ​ດ​ເພີນ, ​ແຕ່​ກໍ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ສາມັກຄີ, ມິ​ດຕະພາບ​ລະຫວ່າງ​ກອງທັບ 2 ປະ​ເທດ.”

 

ຂ່າວ/ບົດ​ອື່ນ