ນາຍົກລັດຖະມົນຕີ ສ.ອາກເມນີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -  ວັນທີ 07 ກໍລະກົດ, ຄະນະຜູ້ແທນລັດຖະບານ ສ.ອາກເມນີ ໂດຍທ່ານນາຍົກລັດຖະມົນຕີ Nikol Pashinyan ນຳໜ້າໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ນາຍົກລັດຖະມົນຕີ ສ.ອາກເມນີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 (ພາບປະກອບ / TTXVN)

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Nikol Pashinyan ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ພົບປະກັບສະມາຄົມມິດຕະພາບ ຫວຽດນາມ - ອາກເມນີ; ພົບປະກັບບາງວິສາຫະກິດດີເດັ່ນຂອງ ຫວຽດນາມ…

        ທີ່ບັນດາການພົບປະ, 2 ຝ່າຍໄດ້ຢືນຢັນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຈະສ້າງບາດລ້ຽວກ່ຽວກັບຄຸນລັກສະນະໃນການພົວພັນ 2 ຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ອາກເມນີ ກ່ວາອີກ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີເຊັນສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ວິທະຍາສາດລະຫວ່າງ ຫວຽດນາມ ແລະ ອາກເມນີ.

ຕອບກັບ

ຂ່າວ/ບົດ​ອື່ນ