ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການແຂວງ Fukuoka,ຍີ່ປຸ່ນ

(VOVWORLD) - ແຂວງ Fukuaka ຈະເພີ່ມທະວີການພົວພັນແຮກສ່ຽວກັບບັນດາທ້ອງຖິ່ນຂອງ ຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການແຂວງ Fukuoka,ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນແຂວງ Fukuoka

ຕອນບ່າຍວັນທີ 27 ມິຖຸນາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Hiroshi Ogawa, ຜູ້ວ່າການແຂວງ Fukuoka (ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ແຂວງ Fukuoka ຈະເພີ່ມທະວີການພົວພັນແຮກສ່ຽວກັບບັນດາທ້ອງຖິ່ນຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວັງວ່າ ແຂວງ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດມີທ່າແຮງ ເພື່ອໃຫ້ 2 ຝ່າຍພ້ອມກັນພັດທະນາ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສະເໜີໃຫ້ 2 ຝ່າຍຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວິສາຫະກິດ, ເພີ່ມທະວີການຮ່ວມມືລະຫວ່າງ Fukuoka ກັບບັນດາທ້ອງຖິ່ນ ຫວຽດນາມ, ເພີ່ມທະວີການຮ່ວມມືກ່ຽວກັບວັດທະນະທຳ, ການທ່ອງທ່ຽວ.

        ສ່ວນທ່ານຜູ້ວ່າການ Hiroshi Ogawa ໃຫ້ຮູ້ວ່າ: ຄະນະມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືມິດຕະພາບກັບນະຄອນຫຼວງ ຮ່າໂນ້ຍ. ແຂວງ Fukuoka ແລະ ຮ່າໂນ້ຍ ມີການເຄື່ອນໄຫວພົວພັນແລກປ່ຽນໃນບັນດາຂົງເຂດ, ພິເສດແມ່ນໃນຂົງເຂດສິ່ງແວດລ້ອມ, ພົວພັນແລກປ່ຽນຊາວໜຸ່ມ - ເຍົາວະຊົນ.  ຄັ້ງນີ້, ແຂວງ Fukuoka ຈະເພີ່ມເຕີມເນື້ອໃນດ້ານກະສິກຳເຂົ້າໃນຂໍ້ຕົກລົງຮ່ວມມືໃໝ່ກັບ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ