ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງສາທາລະນະສຸກແດນມາກ

(VOVWORLD) - ໃນໄລຍະຈະມາເຖິງ, ຫວຽດນາມ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບແດນມາກໃນຫຼາຍຂົງເຂດເຕັກນິກ, ວິຊາການດ້ານສາທາລະນະສຸກ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງສາທາລະນະສຸກແດນມາກ - ảnh 1 ການຕ້ອນຮັບໃນວັນທີ 10 ເມສາ

ຕອນບ່າຍວັນທີ 10 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງສາທາລະນະສຸກແດນມາກ Ellen Trane Norby , ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈລັດຖະບານ ແດນມາກ ເຊິ່ງໄດ້ ແລະກຳລັງມານະພະຍາຍາມຊ່ວຍເຫຼືອ, ໜູນຊ່ວຍດ້ານເຕັກນິກໃຫ້ແກ່ຂະແໜງ ສາທາລະນະສຸກ ຫວຽດນາມ ເພື່ອເປົ້າໝາຍຍົກສູງສຸຂະພາບຂອງປະຊາຊົນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍ ເອົາໃຈໃສ່ເຖິງຂົງເຂດສາທາລະນະສຸກ, ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ໃນໄລຍະຈະມາເຖິງ, ຫວຽດນາມ ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບແດນມາກໃນຫຼາຍຂົງເຂດເຕັກນິກ, ວິຊາການດ້ານສາທາລະນະສຸກ.

        ໂດຍຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມຫວຽດນາມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກແດນມາກ Ellen Trane Norbyໄດ້ສະແດງຄວາມປະທັບໃຈຕໍ່ພາລະກິດ ການປະຕິຮູບເສດຖະກິດຂອງຫວຽດນາມ ແລະ ມີຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານລັດຖະມົນຕີກະຊວງສາທາລະນະສຸກແດນມາກ Ellen Trane Norby ຢັ້ງຢືນວ່າ ແດນມາກພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມດ້ານສາທາລະນະສຸກ, ໃນນັ້ນມີການປ້ອງກັນ, ຕ້ານພະຍາດບໍ່ຕິດແປດຕ່າງໆ; ນອກຈາກນັ້ນ, ແດນມາກຈະໜູນຊ່ວຍຫວຽດນາມໃນການຄົ້ນຄວ້າກ່ຽວກັບຄວາມປອດໄພທາງດ້ານສະບຽງອາຫານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ